ນະຄອນ ໂຮ່ຈີມິນ ຢາກດຶງດູດບັນດານັກລົງທຶນ ບຣາຊິນ

ນະຄອນ ໂຮ່ຈີມິນ ຢາກດຶງດູດບັນດານັກລົງທຶນ ບຣາຊິນ - ảnh 1
ປະເທດ ບຣາຊິນ
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 14/4, ທ່ານ ຫງວຽນ​ວັນ​ດົວ, ຮອງ​ເລຂາ​ຜູ້​ປະຈຳການ​ຄະນະ​ພັກ​ນະຄອນ ​ໂຮ່ຈີມ​ິນ ​ໄດ​້​ໃຫ​້ກາ​ນຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ກອມ​ມູນິດ ບຣາຊິ​ນ ​ໂດຍ​ທ່ານ Ricardo Alemao, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ ບຣາຊິນ ນຳ​ໜ້າ​ທີ່​ພວມ​ຢູ່​ຢ້ຽມຢາມ ຫວຽດນາມ. ທ່ານ ຫງວຽນວັນ​ດົວ ​ເຊື່​ອໝັ້ນວ່າ: ການ​ຢ້ຽມຢາມ​ຂອງ​ຄະນະ​ຈະ​ປະກອບສ່ວນ​ເພີ​່ມທະວີ​ ​ແລະ ​ເປີດ​ກ້ວາງ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ພັກ​ກອມ​ມູນິດ ບຣາຊິນ, ກໍ່​ຄື​ນະຄອນ ​ໂຮ່ຈີ​ມິນ ​ແລະ ປະ​ເທດ ບຣາຊິນ. ທ່ານ ຫງວຽນ​ວັນ​ດົວ ​ໃຫ້​ຮູ້​ວ່າ: ນະຄອນ ​ໂຮ່ຈີ​ມິນ​ພ້ອມ​ແລ້ວ​ທີ່ຈະ​ຕ້ອນຮັບ​ນັກ​ລົງທຶນ ບຣາຊິນ ມານະ​ຄອນ ​ໂຮ່ຈີ​ມິນ ​ເພື່ອ​ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື, ລົງທຶນ​ໃນ​ບັນດາ​ຂົງ​ເຂດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມ​ີຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ