ນະຄອນ ໂຮ່ຈີມິນ ເປີດສະຫຼອງຖະໜົນຍ່າງສາມທີສອງ

(VOVWORLD) - ຕອນຄ່ຳວັນທີ 20 ສິງຫາ, ຖະໜົນຍ່າງ ບຸ່ຍວ້ຽນ, ເມືອງ 1, ນະຄອນ ໂຮ່ຈີມິນ ໄດ້ເປີດສະຫຼອງຢ່າງເປັນທາງການ ແລະ ນຳເຂົ້າເຄື່ອນໄຫວເພື່ອຮັບໃຊ້ໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. 
ນະຄອນ ໂຮ່ຈີມິນ ເປີດສະຫຼອງຖະໜົນຍ່າງສາມທີສອງ - ảnh 1ຖະໜົນທາງຍ່າງ ບຸ່ຍວ້ຽນ 

ນີ້ແມ່ນຖະໜົນຍ່າງສາຍທີສອງໂດຍນະຄອນ ໂຮ່ຈີມິນ ລົງທຶນກໍ່ສ້າງນັບແຕ່ພາຍຫຼັງຖະໜົນທາງຍ່າງ ຫງວຽນເຫ້ວ ໄດ້ຮັບການເປີດສະຫຼອງໃນປີ 2015.

        ຖະໜົນທາງຍ່າງ ບຸ່ຍວ້ຽນ ເຄື່ອນໄຫວແຕ່ເວລາ 19 ໂມງ ຮອດເວລາ 2 ໂມງຕອນເຊົ້າຂອງວັນເສົາ ແລະ ວັນອາທິດແຕ່ລະສັບປະດາ. ຢູ່ເສັ້ນທາງດັ່ງກ່າວໄດ້ຈັດຕັ້ງເວທີສະແດງສິລະປະ 2 ແຫ່ງເພື່ອແນໃສ່ສ້າງບັນຍາກາດໃຫ້ແຂກທ່ອງທ່ຽວໄດ້ເຈື່ອຈານເຂົ້າກັບບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ທີ່ດູດດື່ມຄື: ງານບຸນ, ການສວນສະໜາມ, ຮັບຟັງດົນຕີຢູ່ຕາມຖະໜົນ, ດົນຕີພື້ນເມືອງ…ໂດຍບັນດານັກສິລະປິນ, ນັກສະແດງຂອງນະຄອນ ແລະ ຕ່າງປະເທດສະແດງ. ແຂກທ່ອງທ່ຽວໄດ້ນຳໃຊ້ wifi ໂດຍບໍ່ເສຍຄ່າ ແລະ ໄດ້ຮັບການໜູນຊ່ວຍຂໍ້ມູນຂ່າວສານດ້ານການທ່ອງທ່ຽວ. 

ຕອບກັບ

ຂ່າວ/ບົດ​ອື່ນ