ນະຄອນ ໂຮ່ຈີມິນ ໂຄສະນາການທ່ອງທ່ຽວຜ່ານຊ່ອງໂທລະພາບ CNN

(VOVWORLD) - ວີດີໂອໂຄສະນາການທ່ອງທ່ຽວຂອງນະຄອນ ໂຮ່ຈີມິນ 2 ຕອນ ດ້ວຍຫົວຂໍ້ວ່າ “Welcome to Ho Chi Minh City” ແລະ “Ho Chi Minh City – Vibrant City” ໄດ້ອອກອາກາດໃນເວລາທີ່ມີຫຼາຍຄົນເຂົ້າຊົມເບິ່ງທີ່ສຸດໃນຊ່ອງໂທລະພາບ CNN ຢູ່ພາກພື້ນ ອາຊີ - ປາຊີຟິກ
ນະຄອນ ໂຮ່ຈີມິນ ໂຄສະນາການທ່ອງທ່ຽວຜ່ານຊ່ອງໂທລະພາບ CNN - ảnh 1ພາບປະກອບ

ຊ່ອງໂທລະພສບສາກົນ CNN ໄດ້ອອກອາກາດ ວີດີໂອ ໂຄສະນາການທ່ອງທ່ຽວ ນະຄອນໂຮ່ຈີມິນ ແຕ່ວັນທີ 12 – 19 ທັນວາ ຢ່າງເປັນທາງການ. ວີດີໂອໂຄສະນາການທ່ອງທ່ຽວຂອງນະຄອນ ໂຮ່ຈີມິນ 2 ຕອນ ດ້ວຍຫົວຂໍ້ວ່າ “Welcome to Ho Chi Minh City” ແລະ “Ho Chi Minh City – Vibrant City” ໄດ້ອອກອາກາດໃນເວລາທີ່ມີຫຼາຍຄົນເຂົ້າຊົມເບິ່ງທີ່ສຸດໃນຊ່ອງໂທລະພາບ CNN ຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ອາເມລິກາ ເໜືອ. ບັນດາ ວີດີໂອ ໂຄສະນາການທ່ອງທ່ຽວຂອງນະຄອນ ດ້ວຍບັນດາແງ່ມູມ, ບັນດາເຫດການ ແລະ ງານບຸນຫຼາກຫຼາຍສີສັນ, ອາຫານການກິນທີ່ເປັນເອກະລັກສະເພາະ. ພ້ອມກັບບັນດາຜະລິດຕະພັນການທ່ອງທ່ຽວທີ່ໃໝ່ອ່ຽມ, ວີດີໂອ ໄດ້ສ້າງແຫຼ່ງບັນດານໃຈເພື່ອໃຫ້ແຂກທ່ອງທ່ຽວ ໄປທ່ຽວ, ເຫັນປະຈັກຕາ, ຄວາມເຂັ້ມແຂງພະລັງຊີວິດຂອງເຂດຕົວເມືອງໜຸ່ມແໜ້ນ, ຂະຫຍັນຂັນເຄື່ອນ, ເປັນມິດສະໜິດສະໜົມ, ເບິກບານມ່ວນຊື່ນ ແລະ ຍາມໃດກໍ່ມຸ່ງໄປສູ່ອະນາຄົດ. ດ້ວຍການໂຄສະນາການທ່ອງທ່ຽວຜ່ານຊ່ອນໂທລະພາບສາກົນ CNN, ພະແນກທ່ອງທ່ຽວນະຄອນ ປາດຖະໜາຢາກສືບຕໍ່ດຶງດູດແຂກທ່ອງທ່ຽວສາກົນກັບຄືນມາທ່ຽວຢູ່ສູ່ນະຄອນ ໂຮ່ຈີມິນ ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ