ນະຄອນໂຮ່ຈິມິນ ຈັດການພົບປະສັງສັນ ເນື່ອງໃນໂອກາດບຸນປີໃໝ່ລາວ

ນະຄອນໂຮ່ຈິມິນ ຈັດການພົບປະສັງສັນ ເນື່ອງໃນໂອກາດບຸນປີໃໝ່ລາວ - ảnh 1
( ພາບປະກອບ )

( vovworld ) – ຕອນ​ຄໍ່າ​ວັນ​ທີ 26/4, ຢູ່​ນະຄອນ​ໂຮ່ຈິ​ມິນ, ສະຖານກົງ​ສູນ​ໃຫຍ່​ສປປ ລາວ ປະຈຳ​ນະຄອນໄດ້​ຈັດການ​ພົບ​ປະ​ສັງສັນເນື່ອງ​ໃນ​ໂອກາດບຸນປີ​ໃໝ່​ລາວ ພສ 2555. ການ​ພົບ​ປະ​ໄດ້​ດຳ​ເນີນ​ໄປ​ໃນບັນຍາກາດອັນ​ອົບ​ອຸ່ນ​ເຕັມ​​ໄປ​ດ້ວຍ​ນ້ຳ​ໃຈມິດ​ຕະພາບ​ດ້ວຍ​ຮີດຄອງ​ປະ​ເພນີຕ່າງໆ​ຂອງ​ບຸນປີ​ໃໝ່​​ລາວ​ຄື; ສົງ​ພະ​ດ້ວຍ​ນ້ຳ​ດອກ​​ມ້ຫອມ, ບາສີ​ສູ່ຂວັນ, ອວຍ​​ໄຊ​ໃຫ້ພອນ​ເຊິ່ງກັນ ​ແລະ ກັນ… ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ Nguyen Van Dua, ຮອງ​ເລຂາ​ຜູ້​ປະຈຳການ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​ເວົ້າ​ວ່າ.

        “ ນະຄອນ​ໄດ້ ​ແລະ ພວມ​ມານະ​ພະຍາຍາມ​ພ້ອມ​ກັບ​ບັນດາເພື່ອ​ນລາວ ຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ, ​ໃນ​ນັ້ນ​ມີ​ການ​ພົວພັນ​ແຮກສ່ຽວກັບ​ນະຄອນຫຼວງ​ວຽງ​ຈັນ, ​ແຂວງຈຳ​ປະ​ສັກ ​ແລະ ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ແຂວງ​ຄື; ​ເຊກ​ອງ, ອັດ​ຕະປື, ສະຫວັນ​ນະ​ເຂດ… ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​​ໄດ້​ຮັບ​ການ​ເປີດ​ກວ້າງໃນ​ຂົງ​ເຂດ​ຕ່າງໆຄື; ການ​ເມືອງ, ​ເສດຖະກິດ ຕະຫຼອດ​ຮອດ​ການ​ສຶກສາ, ວັດທະນະທຳ, ສາ​ທາລະນະ​ສຸກ​ສັງ​ຄົມອີກ​ດ້ວຍ. ພິ​ເສດ​ແມ່ນ​ບັນດາ​ໂຄງການ​ຮ່ວມ​ມື​ລົງທຶນ​ຢູ່​ລາວ​ ຂອງ​ວິ​ສາ​ຫະກິດ​ນະຄອນຄື; ​ໂຄງການ​ປູກຕົ້ນ​ຢາງພາລາ, ​ສ້າງເຂື່ອນ​ໄພ​ຟ້າ​ນ້ຳຕົກ, ໜູນຊ່ວຍ​ດ້ານວັດທະນະທຳສັງຄົມ… ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ລວມຂອງ​ທ້ອງ​ຖິ່ນຕ່າງໆ, ​ແນ​ໃສ່ຍົກ​ສູງ​ຊີວິດ​ດ້ານ​ວັດ​ຖຸ, ຈິດ​ໃຈຂອງ​ປະຊາຊົນ​ລາວ​​ເທື່ອ​ລະ​ກ້າວ, ຜ່ານ​ນັ້ນ​​ເຮັດ​ໃຫ້ສາຍ​ພົວພັນ​ຢູ່​ຂັ້ນ​ທ້ອງ​ຖິ່ນ​ນັບ​ມື້​ນັບ​ເລິກ​ເຊິ່ງ, ​ແທດ​ຈິງ ​ແລະ ມີ​ປະສິດ​ທິຜົນ.”

ຂ່າວ/ບົດ​ອື່ນ