ນະຄອນໂຮ່ຈີ໋ມີນປະຕິບັດບັນດາກົນໄກ, ນະໂຍບາຍພິເສດສະເພາະເພື່ອພັດທະນາ

(VOVWORLD) - ໃນຕອນເຊົ້າວັນທີ 2 ມັງກອນ, ຄະນະກຳມະການນະຄອນ ໂຮ່ຈີ໋ມີນ ຈັດຕັ້ງກອງປະຊຸມຜັນຂະຫຍາຍແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານນະຄອນໃນປີ 2018.

ນະຄອນໂຮ່ຈີ໋ມີນປະຕິບັດບັນດາກົນໄກ, ນະໂຍບາຍພິເສດສະເພາະເພື່ອພັດທະນາ - ảnh 1ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ຫງວຽນແທ່ງຟອງ

(ພາບ: PLO)

ປີ 2018 ແມ່ນປີທຳອິດເຊິ່ງນະຄອນໄດ້ຮັບອະນຸຍາດຈາກກົມການເມືອງ, ສະພາແຫ່ງຊາດ ແລະ ລັດຖະບານ ໃຫ້ທົດລອງປະຕິບັດກົນໄກ, ນະໂຍບາຍພິເສດສະເພາະດ້ວຍ 18 ເນື້ອໃນ ແລະ 5 ຂົງເຂດເພື່ອພັດທະນາວ່ອງໄວ, ແບບຍືນຍົງ. ອີງໃສ່ບັນດາກົນໄກນະໂຍບາຍນີ້ ແລະ ສະພາບຕົວຈິງ, ນະຄອນວາງອອກ 20 ຕົວເລກຄາດໝາຍພັດທະນາຕົ້ນຕໍດ້ວຍ 8 ໝວດໜ້າທີ່ມາດຕະການຈຸດສຸມເພື່ອປະຕິບັດ. ໃນນັ້ນ, ນະຄອນສືບຕໍ່ປະຕິຮູບບັນດາລະບຽບການບໍລິຫານ, ດຶງດູດການລົງທຶນ, ກໍ່ສ້າງພື້ນຖານໂຄງລ່າງ, ຊຸກຍູ້ເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ, ໜູນຊ່ວຍວິສາຫະກິດ, ສ້າງນະຄອນສະຫຼາດ, ປັບປູງຕົວເມືອງ…ເພື່ອຮັບປະກັນປະຕິບັດບັນດາແຜນການນັ້ນ, ນະຄອນຄວນລະດົມແຫຼ່ງກຳລັງຂອງທົ່ວສັງຄົມ ແລະ ນຳໃຊ້ບັນດາແຫຼ່ງເງິນລົງທຶນຢ່າງມີປະສິດທິຜົນ. ທ່ານ ສືຫງ້ອກແອງ, ຫົວໜ້າພະແນກແຜນການ - ການລົງທຶນ ນະຄອນ ໂຮ່ຈີ໋ມີນ ໃຫ້ຮູ້ວ່າ:

“ສຳລັບຄາດໝາຍເຕີບໂຕຍອດຜະລິດຕະພັນໃນບໍລິເວັນເຂດ (GRDP) ນະຄອນແມ່ນ 8,3 – 8,5% ຕ້ອງລະດົມ 35% GRDP ໃຫ້ການລົງທຶນພັດທະນາ. ຄາດວ່າຈະລະດົມເງິນລົງທຶນທົ່ວສັງຄົມແມ່ນ 418 – 420.000 ຕື້ດົ່ງ. ”

ຕອບກັບ

ຂ່າວ/ບົດ​ອື່ນ