ນະຄອນໂຮ່ຈິມິນປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນອີຕາລີ

ນະຄອນໂຮ່ຈິມິນປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນອີຕາລີ - ảnh 1
ທ່ານ​ປະທານ​ຄະນະ​ກຳມະການ​ປະ​ຊາ​ຊົນ​ນະຄອນ​ໂຮ່ຈິ​ມິນ ​ເລ​ຮ່ວາງ​ກວນ ​​ຕ້ອນຮັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ອີ​ຕາ​ລີ ​Pier Ferdinando Casini
(ພາບ: hochiminhcity.gov.vn)

 (vovworld)- ຕອນ​ບ່າຍ​ວັນ​ທີ 26/3, ທ່ານ​ປະທານ​ຄະນະ​ກຳມະການ​ປະ​ຊາ​ຊົນ​ນະຄອນ​ໂຮ່ຈິ​ມິນ ​ເລ​ຮ່ວາງ​ກວນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ອີ​ຕາ​ລີ ​ໂດຍ​ທ່ານ Pier Ferdinando Casini, ສະມາຊິກ​ລັດຖະສະພາ​ສູງ, ຫົວໜ້າ​​ກຳມາ​ທິການ​ການ​ຕ່າງປະ​ເທດ ​ແລະ ອົບ​ພະຍົບ-ສະພາ​ແຫ່ງ​ຊາດ ອີ​ຕາ​ລີ ນຳ​ໜ້າ​ທີ່​ພວມ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ເລ​ຮ່ວາງ​ກວນ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ແລະ ອີ​ຕາ​ລີ ​ ​ສ້າງ​ຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ເມື່ອ​ປີ 1973. ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໄດ້​ຍົກ​ຂຶ້ນ​ສູ່​ລະດັບ​ສູງ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ຫຼາຍ​ຂົງ​ເຂດ. ນະຄອນ​ໂຮ່ຈິ​ມິນ ມີ​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຂອງ ອີ​ຕາ​ລີ​ ຢ່າງ​ແໜ້ນ​ແຟ້ນ. ທ່ານ ​ເລ​ຮ່ວາງ​ກວນ ຢືນຢັນ​ວ່າ: ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ລະຫວ່າງ ນະຄອນ​ໂຮ່ຈິ​ມິນ ​ແລະ ອີ​ຕາ​ລີ ຍັງ​ຫຼາຍຢູ່, ສະ​ນັ້ນ ນະຄອນ​ໂຮ່ຈິ​ມິນ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ, ວັດທະນະທຳ-​ສັງຄົມ​ກັບ​ ອີ​ຕາ​ລີ​ ​ໃຫ້​ດີກ່ວາ​ອີກ.

          ທ່ານ Pier Ferdinando Casini, ຫົວໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດ  ​ແລະ ອົບ​ພະຍົບ, ສະພາ​ແຫ່ງ​ຊາດ ອີ​ຕາ​ລີ, ​ໃຫ້​ຮູ້​ວ່າ: ອີ​ຕາ​ລີ​ ​ຈະສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ສຳພັນ​ລະຫວ່າງ​ບັນດາ​ເຂດ, ທ້ອງ​ຖິ່ນ​ຂອງ ອີ​ຕາ​ລີ ກັບ​ນະຄອນ​ໂຮ່ຈິ​ມິນ ​ແລະ ຫວຽດນາມ.


ຂ່າວ/ບົດ​ອື່ນ