ນະຄອນໂຮມຊຂອງ ຊີຣີໄດ້ຮັບການປົດປ່ອຍ


ນະຄອນໂຮມຊຂອງ ຊີຣີໄດ້ຮັບການປົດປ່ອຍ - ảnh 1

ນະຄອນ​ໂຮມ​ຫຼັງ​ສົງຄາມ ​

(ພາບ: Flickr)

 (vovworld)- ທ່ານ Talal ai Barazi ​ເຈົ້າຄອງນະຄອນ​ໂຮມ​ຊ ຂອງ​ຊີຣີ​ ໄດ້​​ໃຫ້​ຮູ້​ວ່າ: ວັນ​ທີ 9/5, ບັນດາມື​ປືນ​ສຸດ​ທ້າຍ​ໄດ້​ຖອນ​ອອກ​ຈາກ​ກຳ​ແພງ​ເກົ່າ ​ໂຮມ​ຊ, ມອບ​ສິດ​ຄວບ​ຄຸມ​ໃຫ້​ແກ່​ທະຫານ​ຂອງ​ອຳນາດ​ການ​ປົກຄອງ, ຜູ້​ທີ່​ບຸກ​ເຂົ້ານະຄອນ ​ແຫ່ງ​ນີ້​ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບ​ເວລາ 2 ປີຜ່ານມາ. ການ​ກະທຳ​ດັ່ງກ່າວ​ເກີດ​ຂຶ້ນ​ຕາມ​ຂໍ້​ຕົກລົງ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ​ກຳລັງ​ຕ້ານ​ອຳນາດ​ການ​ປົກຄອງ​ຊີຣີ ​ເພື່ອ​ແນ​ໃສ່​ຖອນ​ປະຊາຊົນ​ປະມານ 2250 ຄົນ​ຈາກ​ເຂດກຳ​ແພງ​ເກົ່າ ​ໄປ​ເຂດ​ຊົນນະບົດ​ຢູ່​ທ່າ​ງທິດ​ເໜືອ​ນະຄອນ​ໂຮມ​ຊ, ໝາຍ​ຄວາມ​ວ່າ: ​ເລື່ອງ​ກອງທັບ​ຂອງ​ປະທານາທິບໍດີ Bashar al Assad ​ຈະ​ຍາດ​ເອົາ​ສິດ​ຄວບ​ຄຸມ​ນະຄອນ​ຍຸດ​ທະ​ສາດ​ແຫ່ງ​ນີ້​ພາຍຫຼັງ​ດຳ​ເນີນ​ການ​ປິດ​ລ້ອມ​ນັບ​ແຕ່​ເດືອນ 6/2012.

  ​ໃນ​ຂະນະ​ນັ້ນ, ຕາມບັນດາ​ສຳນັກ​ຂ່າວສານ​ມີໜ້າ​ຢູ່​ນະຄອນ​ໂຮມ​ຊ, ​ເປັນ​ເທື່ອ​ທຳ​ອິດ​ທີ່​ປະຊາຊົນ​ນັບ​ຮ້ອຍ​ຄົນຖືກ​ເສຍ​ເຮືອນ​ຢູ່​ຍ້ອນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ແກ່ຍາວ​ໃນ​ເວລາ 3 ປີຜ່ານມ​າຢູ່​ນະຄອນ​ໂຮມ​ຊ ​ໄດ້​ກັບ​ຄືນ​ເມືອ​ນະຄອນບ້ານ​ເກີດ​ເມືອງ​ນອນ ​ໃນ​ຂະນະ​ທີ່​ກອງທັບ​ຊີຣີ ຍາດ​ສິດ​ຄວບ​ຄຸມ​ຄືນ​ໃໝ່./.

 

ຂ່າວ/ບົດ​ອື່ນ