ນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ASEM

ນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ASEM  - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung
ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ
(ພາບ: nguyentandung.org)


(vovworld) -     ວັນ​ທີ 25/10, ຢູ່​ຮ່າ​ໂນ້ຍ, ​​ໄດ້​ດຳ​ເນີນ​ເວທີ​ປາ​ໄສ​ກອງ​ປະຊຸມລັດຖະມົນຕີ​ ASEM ກ່ຽວ​ກັບ​ແຮງ​ງານ - ​ວຽກ​ເຮັດ​ງານ​ທຳຄັ້ງ​ທີ 4 ດ້ວຍ​ຫົວ​ຂໍ້​ວ່າ “ວຽກ​​ເຮັດງານ​ທຳ ​ແລະ ຮັບປະກັນ​ຊີວິດ​ສັງຄົມ, ຂໍ້ກຸນ​ແຈເພື່ອ​ພັດທະນາ​ແບບ​ຍື່ນ​ຍົງ ​ແລະ ຮອບດ້ານ” . ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​​ຖື​ວ່າ ກອງ​ປະຊຸມ​ແມ່ນ​ໂອກາດ​ເພື່ອ​ແລກປ່ຽນ​ບັນດາ​ບົດຮຽນທີ່​ດີ, ຊຸກຍູ້​ການ​ຮ່ວມ​ມື ​ແລະ ຢືນຢັນ​ບົດບາດ​​ໂອ້​ລົມ​ສົນທະນາ, ຮ່ວມ​ມື​ອາຊີ - ​ເອີ​ລົບ ​ໃນ​ຂົງ​ເຂດ​ແຮງ​ງານ - ວຽກ​ເຮັດ​ງານ​ທຳ ​ແລະ ຮັບປະກັນ​ຊີວິດ​ສັງຄົມ, ຊຸກຍູ້​ການ​ຟື້ນ​ຟູ​ເສດຖະກິດ ​ແລະ ພັດທະນາ​ແບບ​ຍື່ນ​ຍົງ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​​ເນັ້ນ​ໜັກ​ວ່າ.

        “ພວກ​ຂ້າພະ​ເຈົ້າ​ຖື​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ພວກ​ເຮົາ​ຕ້ອງ​ຍູ​້​ແຮງ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົ​ນກວ່າ​ອີກ​ ແລະ ຍູ້​ແຮງ​ການ​ແບ່ງປັນ​ບົດຮຽນ​ສ້າງນະ​ໂຍບາຍ ກໍ​ຄືບັນດາ​ບົດຮຽນ​ທີ່​ເປັນ​ຮູບ​ແບບ​ຕາມ​ທິດ: ໜູນ​ຊ່ວຍ​ການ​ກໍ່ສ້າງ​ນະ​ໂຍບາຍ, ປະຕິບັດສຳ​ລັດ​ການ​ປັບປຸງລະບົບ​ກົດໝາຍກ່ຽວ​ກັບ​ແຮງ​ງານ ​ແລະ ຮັບປະກັນ​ຊີວິດ​ສັງຄົມ; ​ເພີ່ມ​ທະວີ​ຄວາມ​ສາມາດ​ຮັບ​ມື​ກັບສິ່ງ​ທ້າ​ທາຍ, ການ​ຫັນປ່ຽນ. ​ການ​ຮັບປະກັນ​ຊີວິດ​ສັງຄົມ, ສ້າງ​ວຽກ​ເຮັດ​ງານ​ທຳ​ຢ່າງ​ໝັ້ນ​ຄົງ​ຕິດ​ພັນກັບ​ການ​ຫັນປ່ຽນ​ຮູບ​ແບບ​​ການເຕີບ​ໂຕຕາມ​ທິດ​ໝັ້ນຄົງ ​ແລະ ປະຕິບັດ​ບັນດາ​​ເປົ້າ​ໝາຍ​ສະຫັດ​ສະວັດ. ຟື້ນ​ຟູ​ເສດຖະກິດ​ໄປ​ຄຽງ​ຄູ່​ກັບ​ການ​ປະຕິບັດ​ໂຄງການ​ດຳ​ເນີນ​ງານ​ວຽກ​ເຮັດ​ງານ​ທຳ​​ແບບ​ຍື່ນ​ຍົງ. ​ເພີ່ມ​ທະວີ​ການ​ຮ່ວມ​ມື ASEM ​ໃນ​ບັນດາ​ຂົງ​ເຂດ​ລະອຽດ​ຄື ສ້າງ​ວຽກ​ເຮັດ​ງານ​ທຳ​ຕິດ​ພັນ​ກັບ​ການ​ບຳລຸງ​ສ້າງ​ວິຊາ​ຊີບ, ຮັບປະກັນ​ຊີວິດ​ສັງຄົ​ມ, ຄວາມ​ປອດ​ໄພ - ອະນາ​ໄມ​ແຮງ​ງານ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​​ໃຫ້​ບຸລິມະສິດ​ແກ່​ແມ່ຍິງ, ຊາວ​ໜຸ່ມ ​ແລະ ຄົນ​ພິການ”.

        ທ່ານ​ນາ​ຍົດ​ລັດຖະມົນຕີ Nguyen Tan Dung ​ໄດ້​ຢືນຢັນ​ວ່າ ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ພັດທະນາ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ ASEM, ຮັບ​ໃຊ້​ໃຫ້​ແກ່​ພາ​ລະ​ກິດ​ພັດທະນາ​ຂອງ​ຫວຽດນາມ ຢ່າງ​ຕັ້ງໜ້າ, ປະກອບ​ສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຂອງພາກ​ພື້ນ ​ແລະ ຢູ່​ໃນ​​ໂລກ.

ຂ່າວ/ບົດ​ອື່ນ