ນາຍົກລັດຖະມົນຕີ ຟ້າມມິງຈິງ ໄປສຳຫຼວດເຂດວາງແຜນຜັງທ່າກຳປັ່ນໃຫຍ່ທີ່ສຸດຢູ່ເຂດທົ່ງພຽງແມ່ນ້ຳຂອງ ຕອນພາກໃຕ້ຫວຽດນາມ ແລະ ໂຄງການໄຟຟ້າພະລັງຄວາມຮ້ອນລອງຝູ 1

(VOVWORLD) -ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊອກຈັງ, ຕອນບ່າຍວັນທີ 27 ເມສາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມເຂດວາງແຜນຜັງທ່າກຳປັ່ນ ເຈີ່ນເດ, ເມືອງ ເຈີ່ນເດ 
ນາຍົກລັດຖະມົນຕີ ຟ້າມມິງຈິງ ໄປສຳຫຼວດເຂດວາງແຜນຜັງທ່າກຳປັ່ນໃຫຍ່ທີ່ສຸດຢູ່ເຂດທົ່ງພຽງແມ່ນ້ຳຂອງ ຕອນພາກໃຕ້ຫວຽດນາມ ແລະ ໂຄງການໄຟຟ້າພະລັງຄວາມຮ້ອນລອງຝູ 1 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປສຳຫຼວດເຂດວາງແຜນຜັງທ່າກຳປັ່ນ ເຈີ່ນເດ

     ປາກທະເລ ເຈີ່ນເດ ແມ່ນຈຸດສຸດທ້າຍຂອງແມ່ນ້ຳເຫົ້າ ທີ່ໄຫຼອອກສູ່ທະເລ. ຕາມແຜນການກໍ່ສ້າງ, ທ່າກຳປັ່ນນີ້ ສາມາດຮັບເອົາກຳປັ່ນທົ່ວໄປ ແລະ ຕູ້ຄອນເທນເນີ ດ້ວຍນ້ຳໜັກ 50.000 – 160.000 DWT. ຄາດວ່າ, ເນື້ອທີ່ທ່າກຳປັ່ນຈະມີປະມານ 550 ເຮັກຕາ.

 ທ່າກຳປັ່ນເຈີນເດ ເມື່ອກໍ່ສ້າງສຳເລັດ ຈະຊ່ວຍເສີມຂະຫຍາຍບັນດາທ່າໄດ້ປຽບທາງນ້ຳໃນເຂດທົ່ງພຽງແມ່ນ້ຳຂອງຕອນພາກໃຕ້ຫວຽດນາມຜ່ານລະບົບແມ່ນ້ຳ, ທ່າກຳປັ່ນທະເລໃນເຂດ.

          ຕອນບ່າຍວັນທີ 27/4, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຍັງໄດ້ໄປຢ້ຽມຢາມໂຄງການກໍ່ສ້າງໂຮງໄຟຟ້າພະລັງຄວາມຮ້ອນ ລອງຝູ 1 ຢູ່ຕາແສງ ລອງດຶກ, ເມືອງ ລອງຝູ ແຂວງຊອກຈັງ, ເພື່ອປຶກສາຫາລືກັບການນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ລະດົມກຳລັງໃຈແກ່ພະນັກງານ ແລະ ກຳມະກອນ ປະຕິບັດ ໂຄງການ.

ຕອບກັບ

ຂ່າວ/ບົດ​ອື່ນ