ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບອົງມົງກຸດລາຊະກຸມມານ ອັງກິດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບອົງມົງກຸດລາຊະກຸມມານເຂດ York Andrew Christian Edward
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບອົງມົງກຸດລາຊະກຸມມານ ອັງກິດ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບອົງມົງກຸດລາຊະກຸມມານເຂດ York Andrew Christian Edward (ພາບ: chinhphu.vn)

ຕອນບ່າຍວັນທີ 4 ທັນວາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບອົງມົງກຸດລາຊະກຸມມານເຂດ York Andrew Christian Edward. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການເພີ່ມທະວີການຮ່ວມມືກັບ ອັງກິດ, ເຊິ່ງເປັນປະເທດມີບົດບາດ ແລະ ທີ່ຕັ້ງສຳຄັນຢູ່ ເອີລົບ ແລະ ຢູ່ໃນໂລກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ສະເໜີໃຫ້ສອງຝ່າຍ ສືບຕໍ່ຍູ້ແຮງການແລກປ່ຽນຄະນະຜູ້ແທນຂັ້ນສູງໃນໄລຍະຈະມາເຖິງ. ສອງຝ່າຍຄວນຮັກສາປະສິດທິຜົນຂອງບັນດາກົນໄກຮ່ວມມືຄື: ຄູ່ຮ່ວມມືຍຸດທະສາດ, ກອງປະຊຸມຄະນະກຳມະການປະສົມກ່ຽວກັບເສດຖະກິດ ແລະ ການຄ້າ ເພື່ອແນໃສ່ນຳການພົວພັນສອງປະເທດກ້າວເຂົ້າສູ່ລວງເລິກ. ທ່ານນາຍົກລັດຖະມົນຕີ ຫວັງວ່າ: ດ້ວຍບົດບາດ ແລະ ຜົນສະທ້ອນຂອງຕົນໃນວົງການນັກລົງທຶນ, ອົງມົງກຸດລາຊະກຸມມານ ຈະຊຸກຍູ້ໃຫ້ຫຼາຍວິສາຫະກິດ ອັງກິດລົງທຶນເຂົ້າ ຫວຽດນາມ ຫຼາຍກ່ວາອີກ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີບັນດານັກລົງທຶນ ອັງກິດ.

      

ຕອບກັບ

ຂ່າວ/ບົດ​ອື່ນ