ນາຍົກລັດຖະມົນຕີ ຫງວຽນເຈີນຢູງ ເຮັດວຽກກັບຄະນະພັກທະຫານເຂດ 7

ນາຍົກລັດຖະມົນຕີ ຫງວຽນເຈີນຢູງ ເຮັດວຽກກັບຄະນະພັກທະຫານເຂດ 7 - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ​ 22/8, ຢູ່​ນະຄອນ ​ໂຮ່ຈີມີ​ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແລະ ການ​ນຳ​ບາງ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ​ລົງ​ເຮັດ​ວຽກ​ກັບ​ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ເຂດ 7 ພ້ອມ​ກັບ​ການ​ນຳ​ບັນດາ​ແຂວງ, ນະຄອນ​ທີ່​ກ່ຽວຂ້ອງ​ກ່ຽວ​ກັບ​ສະພາບ​ໜ້າ​ທີ່​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈງ​ວ່າໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ແຂວງ, ນະຄອນ​​ໃນ​ບໍລິ​ເວນ​ຕ້ອງ​ສົມທົບ​ກັບ​ທະຫານ​ເຂດ 7 ​ໃນ​ການ​ປະຕິບັດ​ໜ້າ​ທີ່​​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ພັດທະນາ​ເສດຖະກິດ​ເປັນ​ຢ່າງ​ດີ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເໜີ​ໃຫ້​ຄະນະ​ພັກ, ກອງ​ບັນຊາ​ການ​ທະຫານ​ເຂດ 7 ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກຄີ, ປະດິດສ້າງ, ກຸ້ມ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ.​.​.​ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໃສ​ໃຈ​ວ່າ: ກຳລັງ​ປະ​ກອບ​ອາວຸດ​ທະຫານ​ເຂດ 7 ສືບ​ຕໍ່​ປະຕິບັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ, ​ເຂົ້າ​ຮ່ວມ​ຂະ​ບວນການ​ແຂ່ງຂັນ “ກຳລັງ​ປະກອບ​ອາວຸດ​ຮ່ວມ​ແຮງ​ຮ່ວມ​​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່” ຢ່າງ​ມີ​ປະສິດທິ​ຜົນ, ​ແລະ ກຽມພ້ອມ​ປະຕິບັດ​ໜ້າ​ທີ່​ປ້ອງ​ກັນ, ຕ້ານ​ພະຍຸ​ນ້ຳ​ຖ້ວມ, ກູ້​ໄພ​ກູ້​ຊີບ.​.​. ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ໃນ​ບໍລິ​ເວນ​ຍຸດ​ທະ​ສາດ​ທາງ​ພາກ​ໃຕ້​ຂອງ​ປະ​ເທດຊາດ.

ຂ່າວ/ບົດ​ອື່ນ