ນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ເຂົ້າຮ່ວມກອງປະຊຸມ ທະນາຄານປີ 2012

ຕອນ​ເຊົ້າ​ວັນ​ທີ 17/12 ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູ໋ງ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ວຽກ​ງານຫນ້າ​ທີ່​ ທະນາຄານ​ປີ 2012 ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ຫລັກ​ແຫ​ລ່ງທັງ​ໝົດ​ຂອງ​ຂະ​ແຫນງ​ທະນາຄານ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງຊີ້​​ແຈງ​ວ່າ: ຫນຶ່ງ​ໃນ​ບັນດາ​ຫນ້າ​ທີ່​ໃຫຍ່​ຂອງ​ລະບົບ​ທະນາຄານ​ໃນ​ປີ 2012 ​ແມ່ນ​ສຸມ​ໃສ່​ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ​ເພດານ​ໃຫ້​ສອດຄ່ອງ​ກັບ​ກົດ​ເກນ​ເມື່ອ​ໄພ​ເງິນ​ເຟີ້​ຫລຸດ​ລົງ. ນີ້​ກໍ​ແມ່ນ​ມາດ​ຕະການ​ແທດ​ຈິງ ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ ​ເພື່ອ​ຮັກສາ​ການ​ເຕີບ​ໂຕ​ຢູ່​ໃນ​ລະດັບ​ເໝາະ​ສົມ.   ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງ ກໍ​               ສ​ະ​ເຫ​ນີທະນາຄານ​ແຫ່ງ​ລັດ ຈົ່ງ​ຍົກ​ສູງ​ປະສິດທິ​ຜົນ, ຜົນ​ສັກສິດ​ຂອງ​ການ​ບໍລິຫານ​ນະ​ໂຍບາຍ​ເງິນຕາ. ທະ​ນາຄາ​ນ​ແຫ່ງ​ລັດ​ຊີ້​ນຳ​ປະຕິບັດ​ການ​ສ້າງ​ໂຄງ​ປະກອບ​ລະບົບ​ທະນາຄານ​ຄືນ​ໃຫມ່​ເປັນ​ຢ່າງ​ດີ ​ເພື່ອ​ໃຫ້​ບັນດາ​ທະນາຄານ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ, ​ໂປ່​ງ​ໃສ, ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູ໋ງ​ໃສ່​ໃຈ​ວ່າ: ທະນາຄານ​ແຫ່ງ​ລັດ​ຄວນ​ປະຕິບັດ​ຫນ້າ​ທີ່​ຄວາມ​ຮັບຜິດຊອບ​ເປັນ​ກຳມະສິດ​ສຳລັບ ທະນາຄານການ​ຄ້າ​ຂອງ​ລັດ, ​ເພື່ອ​ໃຫ້​ບັນດາ​ທະນາຄານ​ນີ້​ເຂັ້ມ​ແຂງ​ຢ່າງຮອບດ້ານ ​ແລະ ການ​ເປັນ​ກຳລັງ​ຫລັກ​ແຫ​ລ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ