ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 22

ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 22 - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ
(ພາບປະກອບ)

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຈາກ​ກະສັດ ບຣຸ​ໄນ Hassanal Bolkiah, ວັນ​ທີ 24/4, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ເດີນທາງ​ອອກ​ຈາກ ຮ່າ​ໂນ້ຍ ​ໄປ​ ບຣຸ​ໄນ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 22. ດ້ວຍ​ຫົວ​ຂໍ້​ວ່າ: “ປະຊາຊົນ​ຂອງ​ພວກ​ເຮົາ, ອະນາຄົດ​ຂອງ​ພວກ​ເຮົາ”, ກອງ​ປະຊຸມ​ຄັ້ງ​ນີ້​ສຸມ​ໃສ່​ປຶ​ກສາ​ຫາລື​ກ່ຽວ​ກັບ​​ເລື່ອງ​ຍູ້​ແຮງ​ການ​ຮ່ວມ​ມື, ສ້າງ​ປະຊາ​ຄົມ ອາ​ຊຽນ, ​ເພີ່ມທະວີ​ການ​ເຊື່ອມ​ຕໍ່​ພາຍ​ໃນ​ກຸ່ມ, ຮ່ວມ​ມື​ລະຫວ່າງ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ກໍ່​ຄື​ແລກປ່ຽນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ  ​ແລະ ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້​ດ້ວຍ​ຈິດ​ໃຈ “​ເປັນ​ເຈົ້າ​ການ, ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ”, ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ໝາກຜົນ​ຕັ້ງໜ້າ​ທີ່​ບັນລຸ​ໄດ້​​ໃນ​ໄລຍະ​ຜ່ານ​ມາ, ຄຽງ​ຄູ່​ກັບ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ປະ​ທານ ອາ​ຊຽນ ບຣຸ​ໄນ ປະກອບສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ລວມຂອງ​ກອງ​ປະຊຸມ​ສຸດ​ຍອດ.

 ຕອນບ່າຍວັນດຽວກັນ,ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງໄດ້ໄປຮອດ ນະຄອນຫລວງ BandarBegawan
ຂອງປະເທດບຣູໄນ. ຕາມແຜນການຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 22, ທ່ານນາຍົກລັດຖະມົນຕີ
ຫງວຽນເຕີນຢູງ ມີການເຮັດວຽກກັບການນຳບັນດາປະເທດ ອາຊຽນໃນຕອນຄຳ່ວັນທີ 24/4 ແລະ ເຂົ້າຮ່ວມວາລະປະຊຸມວົງແຄບໃນວັນທີ 25/4/2013. ທີ່ກອງປະຊຸມສຸດຍອດຄັ້ງນີ້, ຄາດວ່າ ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງແລະການນຳບັນດາປະເທດສະມາຊິກອາຊຽນ ຈະປຶກສາຫາລືກ່ຽວກັບບັນຫາບຸລິມະສິດ
ຂອງອາຊຽນໃນປີ2013,ຊີ້ນຳບັນດາມາດຕະການຊຸກຍູ້ການສ້າງປະຊາຄົມອາຊຽນແລະ ການກຳນົດທິດອະນາຄົດ
ຂອງອາຊຽນ ກໍຄືເປີດກວ້າງການພົວພັນການຕ່າງປະເທດ ແລະ ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ. ພ້ອມກັນນັ້ນ ບັນດາການນຳອາຊຽນ ຈະປຶກສາຫາລືບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

 

ຂ່າວ/ບົດ​ອື່ນ