ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຮັດວຽກກັບການນຳແຂວງ ຮ່າຕິ້ງ

(VOVWORLD) - ເມື່ອສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮຽກຮ້ອງໃຫ້ແຂວງ ຮ່າຕິ້ງ ຈົ່ງສຸມໃສ່ການຊັກຢາວັກຊິນຕ້ານໂຄວິດ - 19 ໃຫ້ລູກຫຼານນັກຮຽນໃຫ້ໄວທີ່ສຸດ ເພື່ອໃຫ້ພວມຫຼານສາມາດໄປໂຮງຮຽນເປັນປົກກະຕິໃນສົກຮຽນໃໝ່.
ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຮັດວຽກກັບການນຳແຂວງ ຮ່າຕິ້ງ - ảnh 1ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຮັດວຽກກັບການນຳແຂວງ ຮ່າຕິ້ງ

ວັນທີ 11 ມິຖຸນາ, ຢູ່ແຂວງ ຮ່າຕິ້ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ ເຮັດວຽກກັບຄະນະປະຈຳພັກແຂວງ ຮ່າຕິ້ງ ກ່ຽວກັບສະພາບການ, ໝາກຜົນແຫ່ງການປະຕິບັດໜ້າທີ່ປີ 2021, ໄຕມາດ I/2022; ທິດທາງໜ້າທີ່ປີ 2022 ແລະ ໄລຍະຈະມາເຖິງ.

ເມື່ອສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮຽກຮ້ອງໃຫ້ແຂວງ ຮ່າຕິ້ງ ຈົ່ງສຸມໃສ່ການຊັກຢາວັກຊິນຕ້ານໂຄວິດ - 19 ໃຫ້ລູກຫຼານນັກຮຽນໃຫ້ໄວທີ່ສຸດ ເພື່ອໃຫ້ພວມຫຼານສາມາດໄປໂຮງຮຽນເປັນປົກກະຕິໃນສົກຮຽນໃໝ່. ໂດຍປະຕິບັດບັນດາມາດຕະການ “ຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19” ຢ່າງມີປະສິດທິຜົນ, ສ້າງເງື່ອນໄຂສະດວກທີ່ສຸດ ເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ. ທາງແຂວງຕ້ອງສຸມໃສ່ການວາງແຜນຜັງເມືອງຢ່າງມີປະສິດທິຜົນ ເພື່ອສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາຂອງແຂວງ.

ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ແຂວງ ຮ່າຕິງ ຕ້ອງຍູ້ແຮງການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ຕາມທິດພັດທະນາໄວ, ມີປະສິດທິຜົນ, ຍືນຍົງ; ພັດທະນາເສດຖະກິດດີຈີຕອນ; ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງເພື່ອພັດທະນາການທ່ອງທ່ຽວ, ການບໍລິການ, ພິເສດແມ່ນການທ່ອງທ່ຽວທະເລ, ທ່ອງທ່ຽວຊີວະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ