ນາຍົກລັດຖະມົນຕີການາດາອວຍພອນປີໃໝ່ປະຊາຄົມຊາວຫວຽດນາມ

ນາຍົກລັດຖະມົນຕີການາດາອວຍພອນປີໃໝ່ປະຊາຄົມຊາວຫວຽດນາມ - ảnh 1
ທ່ານ Justin Trudeau, ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ນາ​ດາ
(ພາບ: BBC)

(vovworld) – ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ປີ​ລະ​ກາ 2017, ທ່ານ Justin Trudeau, ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ນາ​ດາ ໄດ້​ຝາກ​ຈົດ​ໝາຍອວຍ​ພອນ​ປີ​ໃໝ່​ເຖິງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່ ກາ​ນາ​ດາ ແລະ ສະ​ຫະ​ສະ​ມາ​ຄົມ ກາ​ນາ​ດາ - ຫວຽດ​ນາມ (VCS). ໃນ​ຈົດ​ໝາຍ, ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ Trudeau ໄດ້​ຊີ້​ແຈ້ງວ່າ ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ໃຫ້​ແກ່ ກາ​ນາ​ດາ, ປະ​ກອບ​ສ່ວນ​ສ້າງ​ປະ​ເທດ ກາ​ນາ​ດາ ໝັ້ນ​ຄົງ​ເຂັ້ມ​ແຂງ ແລ​ະ ຫຼາຍ​ຮູບຫຼາຍ​ສີ​ຄື​ປະ​ຈຸ​ບັນ. ຜ່ານ​ຈົດ​ໝາຍ​ທີ່​ເຕັ​້ມ​ໄປ​ດ້ວຍ​ນ້ຳ​ໃຈ, ການ​ນຳ​ລັດ​ຖະ​ບານ ກາ​ນາ​ດາ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຂົ້າ​ໃຈ​ຮີດ​ຄອງ​ປະ​ເພ​ນ​ີ​ຕ້ອນ​ຮັບ​ບຸນ​ເຕັດ​ຂອງ​ຊາວ ຫວຽດ​ນາມ. ທ່ານ​ເອີ້ນ​ປີ​ລະ​ກາ 2017 ແມ່ນ​ປີ “ໄກ່​ໄຟ”, ພ້ອມ​ທັງ​ໄດ້​​ພັນ​ລະ​ນາບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ, ເພື່ອນ​ມິດ​ໄດ້​ເຕົ້າ​ໂຮມ​ກັນ​ໃນ​ພາ​ເຂົ້າ​ເພື່ອ​ຫວນ​ຄືນ​ເລື່ອງ​ຂອງ​ປີ​ເກົ່າ ແລະ ຕ້ອນ​ຮັບ​ປີ​ໃໝ່. ຈຸດ​ພົ້ນ​ເດັ່ນ​ໃນ​ຈົດ​ໝາຍນີ້​ແມ່ນ, ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ Trudeau ໄດ້​ຝ​າກ​ຄຳ​ອວຍ​ພອນ​ດ້ວຍ​ພາ​ສາ ຫວຽດ ເຖິງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່ ກາ​ນາ​ດາ ແລະ ສະ​ຫະ​ສະ​ມາ​ຄົມ ກາ​ນາ​ດາ - ຫວຽດ​ນາມ.


ຂ່າວ/ບົດ​ອື່ນ