ນາຍົກລັດຖະມົນຕີມາເລເຊຍຮຽກຮ້ອງແກ້ໄຂການຂັດແຍ້ງກັນບົນທະເລຕາເວັນອອກໂດຍອີງໃສ່ກົດໝາຍສາກົນ

ນາຍົກລັດຖະມົນຕີມາເລເຊຍຮຽກຮ້ອງແກ້ໄຂການຂັດແຍ້ງກັນບົນທະເລຕາເວັນອອກໂດຍອີງໃສ່ກົດໝາຍສາກົນ - ảnh 1
ທ່ານ​ນາຍົກ​ລັດຖະມົນຕີ ມາ​ເລ​ເຊຍ Najib Razak
(ພາບ: Thestar)

(vovworld) - ວັນ​ທີ 15/11, ​ ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວວາລະສານ Nikkei Asian Review, ​​ເມື່ອເຕື້ອງ​ເຖິງ​ທັດສະ​ນະຂອງ ມາ​ເລ​ເຊຍ ກ່ຽວ​ກັບ​ຄຳ​ຕັດສິນ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ​ຢູ່ La Hay (​ໂຮ​ນລັງ) ​ໃນ​ເຫດ​ ຟີ​ລີບ​ປິນ ຮ້ອງ​ຟ້ອງ ຈີນ ກ່ຽວຂ້ອງ​ເຖິງ​ບັນດາ​ການ​ຂັດ​ແຍ້​ງກັນ​ຢູ່ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາຍົກ​ລັດຖະມົນຕີ ມາ​ເລ​ເຊຍ Najib Razak ຢືນຢັນ​ວ່າ ມາ​ເລ​ເຊຍ ຢືດໝັ້ນ​ຮັກສາ​ທັດສະນະທີ່​ວ່າ: ບັນດາ​ຝ່າຍ​ທັງ​ໝົດ​​ຖະ​ແຫຼ​ງປະ​ເທດ​ອະທິປະ​ໄຕ​ຢູ່ທະ​ເລ​ຕາ​ເວັນ​ອອກ ຕ້ອງ​​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​​ໃຫ້​ເໝາະ​ສົມ​ກັບ​ກົ​ດໝາຍ​ສາກົນ ​ແລະ ອີງ​ໃສ່ກົດ​ໝາຍ​ສາກົນ. ທ່ານ Najib ​ເນັ້ນ​ໜັກ​ວ່າ: ສິ່ງ​ສຳຄັນ​ທີ່​ສຸດສຳລັບ​ບັນດາ​ຝ່າຍ​ແມ່ນ​ເຄົາລົບ​ວິວັດທະນາ​ການການ​ທູດ ​ແລະ ນິຕິ​ທຳ, ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນ ​ແລະ ຄວາມ​ແຕກ​ຕ່າງ​ກັນ​​ໂດຍ​ສັນຕິ​ວິທີ ​. ກ່າວ​ຄຳ​ເຫັນ​ທີ່ການ​ຢ້ຽມຢາມ ຍີ່ປຸ່ນ ​ໃນ​ວັນ​ທີ 15/11, ທ່ານ Najib Razak ຊີ້​ແຈ້ງວ່າ ບັນດາ​ຝ່າຍ​ທັງໝົດ ລວມທັງ ຍີ່ປຸ່ນ ຄວນ​ມີ​ບົດບາດ​ກສ້າງສັນ ​ເພື່ອ​ຮັບປະກັນ​ສັນຕິພາບ, ຄວາມ​ໝັ້ນຄົງ​ ​ແລະ ສະຖຽນ​ລະ​ພາບຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ. ຕາມ​ທ່ານ Najib Razak ​ແລ້ວ ບັນດາ​ການ​ຂັດ​ແຍ້​ງຢູ່ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ສັບສົນ​ທີ່​ສຸດ, ຄວນ​​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ຄວາມ​ລະງັບ​ໃຈ ແລະ ​ເໝາະ​ສົມ​ໂດຍ​ຜ່ານ​ການ​ເຈລະຈາ​.

ຂ່າວ/ບົດ​ອື່ນ