ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມບັນດາກອງປະຊຸມສຸດຍອດອາຊຽນກັບບັນດາຄູ່ຮ່ວມມື

(VOVWORLD) -ຕອນບ່າຍວັນທີ 13 ພະຈິກ, ຢູ່ມານີລາ, ປະເທດຟິລິບປີນ, ໃນຂອບເຂດກອງປະຊຸມສຸດຍອດຄັ້ງທີ 31 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 40 ປີແຫ່ງການພົວພັນຄູ່ຮ່ວມມືອາຊຽນ - ອາເມລິກາ, ບັນດາກອງປະຊຸມສຸດຍອດອາຊຽນ +1 ກັບຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ.
ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມບັນດາກອງປະຊຸມສຸດຍອດອາຊຽນກັບບັນດາຄູ່ຮ່ວມມື - ảnh 1(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມບັນດາກອງປະຊຸມສຸດຍອດອາຊຽນກັບບັນດາຄູ່ຮ່ວມມື)

ກ່າວຄຳເຫັນທີ່ບັນດາກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບບັນດາຄູ່ຮ່ວມມື, ຕີລາຄາສູງບັນດາຄຳໝັ້ນສັນຍາຂອງບັນດາຄູ່ຮ່ວມມືສືບຕໍ່ໜູນຊ່ວຍອາຊຽນ ສ້າງປະຊາຄົມ ແລະ ເສີມຂະຫຍາຍບົດບາດໃຈກາງຢູ່ພາກພື້ນ ແລະ ສະເໜີໃຫ້ບັນດາຄູ່ຮ່ວມມືສືບຕໍ່ເພີ່ມທະວີການຮ່ວມມືກັບອາຊຽນ ສຸມໃສ່ເຂົ້າໃນບັນດາຂົງເຂດບຸລິມະສິດ ແລະ ເສີມຂະຫຍາຍໄດ້ທ່າແຮງຂອງແຕ່ລະຝ່າຍ.

        ທີ່ກອງປະຊຸມສຸດຍອດອາຊຽນ - ອາເມລິກາ ຄັ້ງທີ 5, ແລກປ່ຽນກ່ຽວກັບຂົງເຂດການເມືອງ - ຄວາມໝັ້ນຄົງ, 2 ຝ່າຍໄດ້ແບ່ງປັນກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ແຫຼມເກົາຫຼີ, ການຕ້ານລັດທິກໍ່ການຮ້າຍ ແລະ ຫົວຮຸນແຮງ; ສະພາບການເສດຖະກິດ, ວັດທະນະທຳ, ສັງຄົມ.

        ໃນກອງປະຊຸມສຸດຍອດອາຊຽນ - ຈີນ ຄັ້ງທີ 20, ບັນດາການນຳອາຊຽນ ແລະ ຈີນ ໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການຮ່ວມມືເຊື່ອມຕໍ່ພື້ນຖານໂຄງລ່າງ ເພື່ອແນໃສ່ເພີ່ມທະວີການຮ່ວມສຳພັນໃນບັນດາຂົງເຂດມະຫາພາກຄືນະໂຍບາຍ, ຍຸດທະສາດພັດທະນາ ຕະຫຼອດຮອດຂົງເຂດຈຸລະພາກຄື ບັນດາໂຄງການຄົມມະນາຄົມ ແລະ ການຮ່ວມມືວິສາຫະກິດ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ 2 ຝ່າຍກວ່າອີກ…

        ກ່ຽວຂ້ອງເຖິງທະເລຕາເວັນອອກ, ບັນດາການນຳອາຊຽນ ແລະ ຈີນ ໄດ້ມີຖະແຫຼງການເລີ່ມເຄື່ອນໄຫວການທາບທາມ ແລະ ເຈລະຈາກ່ຽວກັບບັນດາເນື້ອໃນຂອງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງເປັນທາງການ, ຖືນີ້ແມ່ນພື້ນຖານສຳຄັນເພື່ອປະກອບສ່ວນຮັກສາສັນຕິພາບຢູ່ທະເລຕາເວັນອອກ; ພ້ອມທັງຢືນຢັນຄືນການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະ ຄົບຖ້ວນ ແລະ ເຄົາລົບກົດໝາຍສາກົນ, ລວມມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ເນື່ອງໃນໂອກາດນີ້, ການນຳ 2 ຝ່າຍໄດ້ຮັບຮອງເອົາຖະແຫຼງການກ່ຽວກັບທົດສະວັດປົກປັກຮັກສາສິ່ງແວດລ້ອມທະເລ ແລະ ຝັ່ງທະເລຢູ່ທະເລຕາເວັນອອກ.

        ຕອນບ່າຍວັນດຽວກັນ, ກໍ່ໄດ້ດຳເນີນກອງປະຊຸມຂັ້ນສູງອາຊຽນ - ສ.ເກົາຫຼີ ຄັ້ງທີ 19 ຖືກດຳເນີນ. 2 ຝ່າຍໄດ້ເຫັນດີຈະເພີ່ມທະວີການຮ່ວມມືໃນບັນດາຂົງເຂດລວມມີການພັດທະນາແບບຍືນຍົງ, ລົບລ້າງຄວາມທຸກຍາກ ແລະ ການເຕີບໂຕຂຽວ, ເສດຖະກິດ, ການຄ້າ…

        ທີ່ກອງປະຊຸມສຸດຍອດອາຊຽນ - ຍີປຸ່ນ ຄັ້ງທີ 20, ບັນດາການນຳ 2 ຝ່າຍໄດ້ເນັ້ນໜັກເຖິງຄວາມມານະພະຍາຍາມລວມ ເພື່ອຮັບມືກັບບັນດາສິ່ງທ້າທາຍລວມເພື່ອຮັບມືກັບບັນດາສິ່ງທ້າທາຍສຳລັບສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ ແລະ ແຫຼມເກົາຫຼີ. ສີ່ງທີ່ໜ້າສົນໃຈແມ່ນບັນດາການນຳອາຊຽນ ແລະ ຍີ່ປຸ່ນ ໄດ້ເຫັນດີເພີ່ມທະວີການຮ່ວມມືຕ້ານການກໍ່ການຮ້າຍ, ໂຈນສະລັດ, ອາຊາຍາກຳອີນເຕີແນັດຕື່ມອີກ…

        ທີ່ບັນດາກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ແບ່ງປັນທັດສະນະຫຼັກໝັ້ນຂອງຫວຽດນາມ ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ກ່ຽວກັບແຫຼມ ເກົາຫຼີ, ທ່ານນາຍົກລັດຖະມົນຕີ ແບ່ງປັນຄວາມວິຕົກກັງວົນ ແລະ ສະເໜີປະຕິບັດບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງເຂັ້ມງວດ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດອາຊຽນ ຕັ້ງໜ້າປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາຄວາມມານະພະຍາຍາມລວມເພື່ອສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຂອງພາກພື້ນ.

        ກ່ຽວກັບທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ແບ່ງປັນວ່າ ຈະພ້ອມກັບບັນດາປະເທດອາຊຽນ ແລະ ຄູ່ຮ່ວມມືກ່ຽວກັບບັນດາການຜັນແປທີ່ສັບສົນຫວ່າງມໍ່ໆມານີ້ ທີ່ອາດສາມາດນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ ແລະ ຄວາມສະຫງົບຢູ່ທະເລຕາເວັນອອກ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ຫວຽດນາມ ປາດຖະໜາຢາກພ້ອມກັບບັນດາຄູ່ຮ່ວມມືສືບຕໍ່ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ, ຊຸກຍູ້ບັນດາຝ່າຍຄວນລະງັບໃຈດ້ວຍຕົນເອງ, ບໍ່ດຳເນີນບັນດາການກະທຳທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ບໍ່ນຳໃຊ້ ຫຼື ນາບຂູ່ນ້ຳໃຊ້ອາວຸດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ເຄົາລົບບັນດາວິວັດທະນາການດ້ານການທູດຢ່າງຄົບຖ້ວນ ແລະ ກົດໝາຍຢ່າງຄົບຖ້ວນ, ສະໜັບສະໜູນອາຊຽນ ແລະ ຈີນ ປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ກ້າວໄປເຖິງການສ້າງປະມວນກົດໝາຍ COC ໃຫ້ສຳເລັດ ຢ່າງແທດຈິງ ແລະ ມີການຜູກຮັດດ້ານກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ