ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບກະຊວງແຜນການແລະການລົງທຶນ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບກະຊວງແຜນການແລະການລົງທຶນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນ​ຟຸກ
​ເຮັດ​ວຽກ​ກັບ​ກະຊວງ​ແຜນການ ​ແລະ ກາ​ນລົງທຶນ
(ພາບ: TTXVN)

(vovworld) –  ​ ຕອນ​ເຊົ້າ​ວັນ​ທີ 21/04, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນ​ຟຸກ ມີ​ການ​ເຮັດ​ວຽກ​ກັບ​ກະຊວງ​ແຜນການ ​ແລະ ກາ​ນລົງທຶນ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ພັດທະນາ​ເສດຖະກິດ - ສັງຄົ​ມ. ທ່ານ​ນາຍົກລັດຖະມົນຕີ ຕີ​ລາຄາ​ວ່າ: ກ້າວ​ເຂົ້າ​ສູ່ປີ 2016, ພື້ນຖານ​ເສດຖະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກຫລາຍ​ຢ່າງ, ​ໄພ​ແຫ້ງ​ແລ້ງ, ​ນ້ຳ​ທະ​ເລ​ຊຶມ​ເຂົ້າ​ອັນ​ໄດ້ ກໍ່​ຄວາມ​ເສຍ​ຫາຍ 0,3% GDP. ສະພາບການ​ນັ້ນ ພວມ​ວາງ​ອອກ​ບັນດາ​ຄວາມ​ຮຽກຮ້ອງ​ໃໝ່​ສຳ​ລັບກະຊວງ​ແຜນການ ​ແລະ ການ​ລົງທຶນ.

        ທ່ານ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ: ດ້ວຍ​ຖານະ​ເປັນ​ກະຊວງວາງ​ແຜນ​ນະ​ໂຍບາຍ ​ແລະ ລະບອບ​​ພັດທະນາ, ກະຊວງ​ແຜນການ ​ແລະ ການ​ລົງທຶນ ຄວນ​ວາງ​ອອກ​ໄດ້​ບັນດາ​ມາດ​ຕະການ ​ເພື່ອ​ປະຕິບັດ​ບັນດາ​ຄາດໝາຍ​ທີ່​ໄດ້​ວາງ​ອອກ​ໃຫ້​ໄລຍະ 5 ປີ, ກ່ອນ​ອື່ນ​ໝົ​ດ ​ແມ່ນ​ບັນດາ​ມາດ​ຕະການ​ຮີບ​ດ່ວນ​ໃຫ້​ໄຕ​ມາດທີ 2 ປີ 2016. ທ່ານ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ: ຄວນ​ມີ​ບັນດາ​ມາດ​ຕະການອັນ​ຮີບ​ດ່ວນ​ກ່ຽວກັບ​ລະບອບ​ການ, ກອບ​ນິຕິ​ກຳ ​ເພື່ອ​ແກ້​ໄຂ​ກົນ​ໄກກົດ​ໜ່ວງ, ປົດ​ປ່ອຍ​ກຳລັງ​ຜະລິດ, ຮັບປະກັນ​ຄວາມ​ດຸ່ນດ່ຽງ​ໃຫຍ່​ຂອງ​ພື້ນຖານ​ເສດຖະກິດ ​ແລະ ບໍາ​ໃຫ້ພື້ນຖານ​ເສດຖະກິດ​ຕົກ​ເຂົ້າ​ສູ່​ສະພາບ​ວິ​ກິດ​ການ. ທ່ານ​ນາຍົກລັດຖະມົນ​ຕີ ກໍ່​ຊີ້​ແຈ້ງວ່າ: ຢາກ​ແກ້​​ໄຂ​​ນະ​ໂຍບາຍ​ໃຫ້​ໄດ້, ຕ້ອງ​ດຳ​ເນີນ​ການ​​ແກ້​ໄຂ​ຢູ່​ທີ່ກະຊວງ​ແຜນການ ​ແລະ ການ​ລົງທຶນ​ເລີຍ.

 

ຂ່າວ/ບົດ​ອື່ນ