ນາຍົກລັດຖະມົນຕີຮຽກຮ້ອງແກ້ໄຂຜົນຮ້າຍຈາກຝົນຕົກນ້ຳແກ່ງຢູ່ພາກກາງແລະຮັບມືຢ່າງຮີບດ່ວນກັບພະຍຸSarika

ນາຍົກລັດຖະມົນຕີຮຽກຮ້ອງແກ້ໄຂຜົນຮ້າຍຈາກຝົນຕົກນ້ຳແກ່ງຢູ່ພາກກາງແລະຮັບມືຢ່າງຮີບດ່ວນກັບພະຍຸSarika - ảnh 1
ທ່ານ ຫງວຽນຊວນຟຸກ ຊີ້ນຳການ
​ແກ້​ໄຂຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ຝົນຕົກ​ນ້ຳ​​ແກ່ງຢູ່​ພາກ​ກາງ

(vovworld) – ​ ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຫາ​ກໍ່​ມີ​ໂທລະ​ເລກ​ກ່ຽວ​ກັບ​ເລື່ອງ​ແກ້​ໄຂຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ຝົນຕົກ​ນ້ຳ​​ແກ່ງຢູ່​ພາກ​ກາງ ​ແລະ ຮັບ​ມືຢ່າງ​ຮີບ​ດ່ວນກັບ​ພະຍຸ Sarika ​. ໂທລະ​ເລກ​ຊີ້​ແຈ້ງວ່າ: ປະຈຸ​ບັນ, ພະຍຸ Sarika ອາດ​ຈະ​​ພັດເຂົ້າດິນ​ຕໍ່​ແຜນ ຫວຽດນາມ ​ໃນ​ເວລາ 2 ວັນ​ຈະ​ມາ​ເຖິງ. ນອກ​ນັ້ນ, ພະຍຸ​ລົມແຮງ​ທີ່​ມີ​ຊື່​ສາກົນ​ວ່າ HAIMA ພວມ​ເຄື່ອນ​ໄຫວ​ໃນ​ມະຫາ​ສະ​ໝຸດປາຊີ​ຟິກຕາ​ເວັນ​ຕົກ ສືບ​ຕໍ່​​ແຮງຂຶ້ນ ​ແລະ ອາດ​ຈະ​ກາຍ​ເປັນພະຍຸ​ລູກແຮງ​ທີ່​ສຸດ, ອາດ​ຈະສົ່ງ​ຜົນສະທ້ອນ​ໂດຍ​ກົງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ. ​ເພື່ອ​ແກ​້​ໄຂ​ຜົນ​ຮ້າ​ຍ ຢ້ອນ​ຫລັງ​ຈາກ​ຝົນຕົກ​ນ້ຳ​​ແກ່ງ​ໂດຍ​ໄວ ​ແລະ ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ພະຍຸ, ຈຳກັດຄວາມ​ເສຍ​ຫາຍ​ກ່ຽວກັບ​ຄົນ ​ແລະ ຊັບ​ສິນ, ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ບັນດາ​​ແຂວງນັບ​ແຕ່ ​ແຂວງ ​ເງະ​ອານ ຈົນ​ຮອດ​ແຂວງ ​ເທື່ອ​ທຽນ-​ເຫວ ຮີບ​ເ​ຮັ່ງ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ຝົນຕົກ​​ນ້ຳ​ແກ່ງຜ່ານ​ມາ, ສຸມ​ໃສ່​ຊອກ​ຫາ​ຜູ້​ຖືກ​ຫາຍ​ສາບສູນ, ໜູນ​ຊ່ວຍ​ອາຫານ, ​ເຄື່ອງ​ໃຊ້​ໃຫ້​ແກ່​ປະຊາຊົນ; ຟື້ນ​ຟູກິດຈະກຳ​ພື້ນຖານ​ໂຄງ​ລ່າງ​ສາທາລະນະ​ສຸກ, ການ​ສຶກສາ, ​ຄົມ​ມະ​ນາ​ຄົມ …ບັນດາ​ຄະນະ​ຊີ້ນຳ​ສູນ​ກາງ, ທ້ອງ​ຖິ່ນ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຕ້ານ​ໄພ​ທຳ​ມະ​ຊາດ ຈັດ​ຕັ້ງ​ການຕິດຕາມສະພາບ​ການ​ພະຍຸ, ຝົນຕົກ​ໜັກ, ນ້ຳ​​ແກ່ງ​ເປັນ​ປະຈຳ; ຊີ້​ນຳ, ກະຕຸກ​ຊຸກຍູ້​ບັນດາ​ກະຊວງ, ຂະ​​ແໜງ​ການ, ທ້ອງ​ຖິ່ນ ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຮັບ​ມື​ຢ່າງ​ມີ​ປະສິດທິ​ຜົນ; ລາຍ​ງານ​ ,ສະ​ເໜີ​ຕໍ່​ນາຍົກລັດຖະມົນຕີ ຊີ້​ນຳ, ​ແກ້​ໄຂ​ບັນຫາ​ຢ່າງ​ຮີບ​ດ່ວນ.

 

ຂ່າວ/ບົດ​ອື່ນ