ນາຍົກລັດຖະມົນຕີເວືອງດິງເຫ້ວເປັນປະທານກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ

ນາຍົກລັດຖະມົນຕີເວືອງດິງເຫ້ວເປັນປະທານກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ - ảnh 1
(ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິງ​ເຫ້ວ
ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 18/07, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິງ​ເຫ້ວ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ຊີ້​ນຳ​ສູນ​ກາງ ກ່ຽວ​ກັບ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິງ​ເຫ້ວ ໄດ້​ຮຽກ​ຮ້ອງ​ໃຫ້​ຄະ​ນະ​ຊີ້​ນຳຍູ້​ແຮງ​ການ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ ບົນ​ພື້ນ​ຖານ​​ຖອ​ດ​ທ​ອນ​ບົດ​ຮຽນ ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ໃນ​ໄລ​ຍະ 5 ປີ​ຜ່ານ​ມາ, ຈາກນັ້ນ​ວາງ​ຄາດໝາຍ​ໃຫ້​ໄລ​ຍະ 5 ປີ​ຈະ​ມາ​ເຖິງ ເພື່ອ​ໃຫ້​ໂຄງ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​​ນຳເຂົ້າ​ສະ​ພາບ​ຕົວ​ຈິງ ນັບ​ທັງ​ທ​າງ​ດ້ານ​ຄຸນ​ນະ​ພາບ ແລະ ວິ​ທີ​ເຮັດ, ມຸ່ງ​ໄປ​ເຖິງ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍື​ນ​ຍົງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິງ​ເຫ້ວ ເນ​ັ້ນ​ໜັກ​ວ່າ.

        “ຕ້ອງ​ສືບ​ຕໍ່​ກວດ​ກາ, ​ເຕົ້າ​ໂຮມ​ບັນ​ດາ​ລາຍ​ການ, ຫຼຸດ​ຜ່ອນ​ຈຳ​ນວນ​ເອ​ກະ​ສານ, ບົນ​ພື້ນ​ຖານນັ້ນ​ສ້າງ​ສຳ​ເລັດ​ເພື່ອ​ສະ​ເໜີ​ໃຫ້​ລັດ​ຖະ​ບານ.ຫ ຜ່ານນັ້ນ, ເສີມ​ຂະ​ຫຍາຍ​ບົດ​ບາດ​ໜູນ​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ທີ່​ມີ​ເຈດ​ຈຳ​ນົງ, ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຢາກ​ຫຼຸ​ດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ເຮັດ​ໃຫ້​ຊີ​ວິດ​ນັບ​ມື້​ນັບ​ດີ​ງາມກວ່າ, ຕ້ອງ​ເຊີດ​ຊູ​ບັນ​ດາ​ແ​ບບ​ຢ່າງ​ດີ​ເດັ່ນ. ມີ​ບາງ​ເປົ້າ​ໝາຍ, ຂົງ​ເຂດ, ບໍ​ລິ​ເວນ​ຕ້ອງ​ໄດ້​ຮັບ​ການ​ຄົ້ນ​ຄ້​ວາ​ຢ່າງ​ລະ​ອຽດ ເພື່ອ​​ລົົບ​ລ້າງ​ສະ​ພາບ​ອຶດ​ຫິວ, ທຸກ​ຍາກ​ໃຫ້​ປະ​ຊາ​ຊົນ.”

ຂ່າວ/ບົດ​ອື່ນ