ນໍ້າໃຈຂອງ ຫວຽດນາມ ສະຫງວນໃຫ້ປະຊາຊົນເຂດບຶງ Tonle Sap ກໍາປູເຈຍ

(VOVWORLD) -ພັກ, ລັດ ແລະ ປະຊາຊົນຫວຽດນາມ ເວົ້າລວມ ແລະ ນະຄອນໂຮ່ຈີມິນ ເວົ້າສະເພາະ ຍາມໃດກໍເອົາໃຈໃສ່ ແລະ ແບ່ງເບົາຄວາມທຸກຍາກນໍາພໍ່ແມ່ພີ່ນ້ອງຊາວ ກໍາປູເຈຍ ເຊື້ອຊາດຫວຽດນາມ ແລະ ປະຊາຊົນ ກໍາປູເຈຍ ຜູ້ທຸກຍາກ ທີ່ພວມດໍາລົງຊີວິດຢູ່ເຂດບຶງ Tonle Sap.
ນໍ້າໃຈຂອງ ຫວຽດນາມ ສະຫງວນໃຫ້ປະຊາຊົນເຂດບຶງ Tonle Sap ກໍາປູເຈຍ - ảnh 1 ທ່ານ ຫວໍແທັ່ງເຈິດ, ຮອງຫົວໜ້າຄະນະກໍາມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນມອບຂອງຂວັນໃຫ້ແກ່ພໍ່ແມ່ພີ່ນ້ອງເຂດບຶງTonle Sap

ວັນທີ 22 ທັນວາ, ຄະນະຜູ້ແທນຄະນະກໍາມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ  ນະຄອນໂຮ່ຈີມິນ ໄດ້ມອບຂອງຂວັນຈໍານວນ 500 ພູດໃຫ້ແກ່ບັນດາຄອບຄົວຊາວ ກໍາປູເຈຍ ເຊື້ອຊາດຫວຽດນາມ ແລະ ຄອບຄົວທຸກຍາກທີ່ພວມດໍາລົງຊີວິດຢູ່ ເຂດຕັ້ງຖິ່ນຖານຄືນໃໝ່ ເມືອງ Baribour, ແຂວງ Kampong Chhnang. ກ່າວຄໍາເຫັນທີ່ພິທີ, ທ່ານ ຫວໍແທັ່ງເຈິດ, ຮອງຫົວໜ້າຄະນະກໍາມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ, ຢ້ັງຢືນວ່າ: ພັກ, ລັດ ແລະ ປະຊາຊົນຫວຽດນາມ ເວົ້າລວມ ແລະ ນະຄອນໂຮ່ຈີມິນ ເວົ້າສະເພາະ ຍາມໃດກໍເອົາໃຈໃສ່ ແລະ ແບ່ງເບົາຄວາມທຸກຍາກນໍາພໍ່ແມ່ພີ່ນ້ອງຊາວ ກໍາປູເຈຍ ເຊື້ອຊາດຫວຽດນາມ ແລະ ປະຊາຊົນ ກໍາປູເຈຍ ຜູ້ທຸກຍາກ ທີ່ພວມດໍາລົງຊີວິດຢູ່ເຂດບຶງ Tonle Sap.

        “ພວກຂ້າພະເຈົ້າໄດ້ຮັບຊາບວ່າ ອໍານາດການປົກຄອງ ກໍາປູເຈຍ ໄດ້ປະຕິບັດນະໂຍບາຍຍ້າຍພໍ່ແມ່ປະຊາຊົນເຂດ Tonle Sap ຂຶ້ນຕັ້ງຖິ່ນຖານໃໝ່່ຢູ້ດິນຕໍ່ແຜ່ນ. ຊີວິດການເປັນຢູ່ແມ່ນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍ ຍັງບໍ່ມີໄຟຟ້າໃຊ້ ແລະ ນໍ້າສະອາດ ກໍຄືການໄປມາຫາສູ່ກັນກໍ່ຍາກຫຼາຍ. ເພື່ອເປັນການປະກອບສ່ວນແບ່ງເບົາຄວາມຫຍຸ້ງຍາກຕ່າງໆກັບພໍ່ແມ່ປະຊາຊົນຢູ່ທີ່ນີ້ ຄະນະຜູ້ແທນຄະນະກໍາມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງການປະຕິບັດງານເພື່ອການກຸສົນ ດ້ວຍຂອງຂວັນ 500 ພູດ. ແຕ່ລະພູດມີຄຸນຄ່າ 500.000 ດົ່ງ, ເພື່ອແນໃສ່ແບ່ງເບົາຄວາມຫຍຸ້ງຍາກໃນເບື້ອງຕົ້ນກັບພໍ່ແມ່ປະຊາຊົນຢູ່ທີ່ນີ້. ຂອງຂວັນເຖິງວ່າຈະນ້ອຍກໍຕາມ ແຕ່ນີ້ກໍແມ່ນນໍ້າໃຈຂອງອົງຄະນະພັກ ແລະ ປະຊາຊົນນະຄອນໂຮ່ຈີມິນສະຫງວນໃຫ້”.

        ແຂວງ Kampong Chhnang ມີຊາວ ກໍາປູເຈຍ ເຊື້ອຊາດ ຫວຽດນາມ ປະມານ 2400 ຄອບຄົວ. ສ່ວນຫຼາຍແມ່ນດໍາລົງຊີວິດດ້ວຍອາຊີບຫາສິນໃນນໍ້າ. ນັບແຕ່ຕົ້ນເດືອນຕຸລາ 2018 ມາຮອດປັດຈຸບັນ, ອໍານາດການປົກຄອງແຂວງ Kampong Chhnang ໄດ້ມີ ມາດຕະການຫຼາຍຢ່າງ ເພື່ອແນໃສ່ຍຸບເລີກໝູ່ບ້ານຕັ້ງບົນລໍາແມ່ນໍ້າ ແລະ ນໍາພໍ່ແມ່ປະຊາຊົນຂຶ້ນຝັ່ງດໍາລົງຊີວິດແບບຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ