ນຳຄົນງານ 105.000 ຄົນໄປເຮັດວຽກຢູ່ຕ່າງປະເທດ

ນຳຄົນງານ 105.000 ຄົນໄປເຮັດວຽກຢູ່ຕ່າງປະເທດ - ảnh 1
(ພາບ​ປະ​ກອບ: laodong.com.vn)

(vovworld) - ​ປີ 2017, ຫວຽດ​ນາມ ໄດ້​ວາງ​​ຄາດ​ໝາຍ​ນຳ​ຄົນ​ງານ 105.000 ຄົນ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ. ເພື່ອ​ບັນ​ລຸ​ໄດ້​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ, ພ້ອມ​ກັບ​ການ​ສຸ​ມ​ໃສ່ຮັກ​ສາສະ​ຖຽນ​ລ​ະ​ພາບ ແລະ ​ບັນ​ດາ​ຕະ​ຫຼ​າດ​ທີ່​ເປັນ​ມູ​ເຊື້ອ, ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ໃຫ້​ຮູ້​ວ່າ, ຈະ​ເປີດກວ້າງ​ຕະ​ຫຼ​າດ​ແຮງ​ງານ​ມີ​ຄຸນ​ນະ​ພາບ​ສູງ, ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ເພື່ອ​ນຳ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ບັນ​ດາ​ຕະ​ຫຼາດ​ຈຸດ​ສຸມ​ແມ່ນ ໄຕ​ຫວັນ (ຈີນ), ຍີ່​ປຸ່ນ ແລະ ສ.ເກົາ​ຫ​ຼີ. ຄຽງ​ຂ້າງນັ້ນ​ຈະ​ປະ​ຕິ​ບັດ​ບັນ​ດາ​ສັນ​ຍາ ແລະ ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ແຮງ​ງານ​ທີ່​ໄດ້​ລົງ​ນາ​ມ​ກັບ​ບັນ​ດາ​ປະ​ເທດ​ຄື: ໄທ, ລາວ, ອົດ​ສະ​ຕາ​ລີ, ມາ​ເລ​ເຊຍ… ທ່ານ​ຟ້າມ​ວຽດ​ເຮືອງ, ຮອງ​ຫົວ​ໜ້າ​ກົມ​ຄຸ້ມ​ຄອງ​ຄົນ​ງານ​ຕ່າງ​ປະ​ເທດ​ໃຫ້​ຮູ້​ວ່າ.

        “ໃນ​ໄລ​ຍະ​ຜ່ານ​ມາ, ຈຳ​ນວນ​ຄົນ​ງານ​ຂອງ​ພວກ​ເຮົາ​ໄປ​ເຮັດ​ວຽກ​​ຢູ່​ຕ່າງ​ປະ​ເທດສ່ວນ​ຫຼາຍ​ແມ່ນ​ຄົນ​ງານ​ທົ່ວ​ໄປ, ແຕ່ກໍ່​ຄ່ອຍໆ​ຍົກ​ສູງ​ອັດ​ຕາ​ຄົນ​ງານ​ທີ່​ມີ​ລະ​ດັບ​ຄວາມ​ຮູ້, ມີ​ສີ​ມື​ແຮງ​ງານ, ຍົກ​ສ​ູງ​ຄຸນ​ນະ​ພາບ​ການ​ບ​ຳ​ລຸງ​ສ້າງ​ຄົນ​ງານ, ໃນ​ໄລ​ຍະ​ຈະ​ມາ​ເຖິງ ດ້ານ​ໜຶ່ງພວກ​ເຮົ​າ​ຈະ​ຍົກ​ສູງ​ຄຸນ​ນະ​ພາບ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ, ດ້ານ​ໜຶ່ງ​ຂຸດຄົ້ນ​ບັນ​ດາ​ຕະ​ຫຼາດ​​ຕ້ອງ​ການ​ຄົນ​ງານ​ທີ່ມ​ີ​ລະ​ກັບ​ຄວາມ​ຮູ້​ສູງ.”

ຂ່າວ/ບົດ​ອື່ນ