ນີ​ເຊ​ເຣຍ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ບຸ​ລິ​ມະ​ສິດ​ຂອງ ຫວຽດ​ນາມ ຢູ່​ອາບ​ຟ​ຼິກ​ກາ​

(VOVWORLD) -ທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານຮອງປະທານາທິບໍດີ Yemi Osinbajo ໄດ້ເຫັນດີເປັນເອກະພາບບັນດາມາດຕະການຊ່ວຍຍູ້ແຮງການພົວພັນຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ.
ນີ​ເຊ​ເຣຍ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ບຸ​ລິ​ມະ​ສິດ​ຂອງ ຫວຽດ​ນາມ ຢູ່​ອາບ​ຟ​ຼິກ​ກາ​ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບທ່ານ Yemi Osinbajo ຮອງປະທານາທິບໍດີ ນີເຊເຣຍ (ພາບ: TTXVN)

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບ, ການຮ່ວມມືໃນຫຼາຍດ້ານກັບ ນີເຊເຣຍ, ຖືນີເຊເຣຍແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດ ຢູ່ອາບຟຼິກກາ. ນີ້ແມ່ນຄຳຢັ້ງຢືນຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ໃນການພົບປະກັບທ່ານ Yemi Osinbajo ຮອງປະທານາທິບໍດີ ນີເຊເຣຍໃນຕອນເຊົ້າວັນທີ 7 ທັນວາຢູ່ ທຳນຽບປະທານປະເທດ.

ທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານຮອງປະທານາທິບໍດີ Yemi Osinbajo ໄດ້ເຫັນດີເປັນເອກະພາບບັນດາມາດຕະການຊ່ວຍຍູ້ແຮງການພົວພັນຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ. ສອງຝ່າຍປາດຖະໜາຢາກເພີ່ມທະວີການຮ່ວມມືລົງທຶນ, ສ້າງຄວາມສະດວກໃຫ້ແກ່ວິສາຫະກິດ ສອງປະເທດ ໃນການຊອກຫາກາລະໂອກາດ ແລະ ຜັນຂະຫຍາຍບັນດາໂຄງການໃນຂົງເຂດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຄື: ສຳຫຼວດ, ຂຸດຄົ້ນ ແລະ ສະໜອງການບໍລິການນ້ຳມັນອາຍແກັດ, ເຕັກໂນໂລຢີຂໍ້ມູນຂ່າວສານ… ດ້ວຍບົດບາດສຳຄັນຂອງຂະແໜງກະສິກຳໃນພື້ນຖານເສດຖະກິດສອງປະເທດ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບຕໍ່ກຳນົດເອົາ ນີ້ແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືຈຸດສຸມ.

ຕອບກັບ

ຂ່າວ/ບົດ​ອື່ນ