ບົດບາດນຳພາຂອງພັກກອມມູນິດ ໄດ້ຊ່ວຍເພີ່ມທະວີທີ່ຕັ້ງຂອງ ຫວຽດນາມ

(VOVWORLD) - “ບົດບາດນຳພາຂອງພັກກອມມູນິດ ໄດ້ຊ່ວຍເພີ່ມທະວີທີ່ຕັ້ງຂອງ ຫວຽດນາມ” ນັ້ນແມ່ນຄຳຢັ້ງຢືນຂອງທ່ານສາດສະດາຈານ, ປະລິນຍາເອກດ້ານປະຫວັດສາດວິທະຍາ Vladimir Kolotov, ຫົວໜ້າສະຖາບັນຄົ້ນຄວ້າ ໂຮ່ຈີມິນ ຂຶ້ນກັບມະຫາວິທະຍາໄລສັງລວມແຫ່ງຊາດ St. Petersburg ເມື່ອແລກປ່ຽນກັບສື່ມວນຊົນຫວ່າງແລ້ວນີ້.
ບົດບາດນຳພາຂອງພັກກອມມູນິດ ໄດ້ຊ່ວຍເພີ່ມທະວີທີ່ຕັ້ງຂອງ ຫວຽດນາມ - ảnh 1 ທ່ານສາດສະດາຈານ, ປະລິນຍາເອກດ້ານປະຫວັດສາດວິທະຍາ Vladimir Kolotov. ພາບ: vietnamplus.vn

        ທ່ານສາດສະດາຈານ Vladimir Kolotov ໄດ້ຢັ້ງຢືນວ່າ ບັນດາເຫດການປະຫວັດສາດຂອງການປະຕິວັດ ຫວຽດນາມ ໄດ້ຕິດພັນກັບການນຳພາຂອງພັກກອມມູນິດ ຫວຽດນາມ, ຜົນກະທົບຂອງພັກກອມມູນິດ ຫວຽດນາມ ໄດ້ສ້າງພື້ນຖານເພື່ອຍົກສູງອິດທິພົນຊື່ສຽງ, ເພີ່ມທະວີທີ່ຕັ້ງຂອງ ຫວຽດນາມ.

        ທ່ານສາດສະດາຈານ Vladimir Kolotov ເນັ້ນໜັກວ່າ ຫວຽດນາມ ຍັງບໍ່ທັນມີທີ່ຕັ້ງສູງຄືໃນປັດຈຸບັນນີ້ມາກ່ອນ, ແລະ ບັນລຸໄດ້ສິ່ງດັ່ງກ່າວນີ້ ແມ່ນຍ້ອນພັກກອມມູນິດ ຫວຽດນາມ ໄດ້ຈັດຕັ້ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ພັດທະນາປະເທດຊາດ, ດ້ວຍລະດັບການເຕີບໂຕເສດຖະກິດສູງກ່ວາ 7% ແລະ ບັນລຸໄດ້ລະດັບການເຕີບໂຕເສດຖະກິດສູງມາໂດຍຕະຫລອດໃນຫລາຍປີມານີ້.

ຕອບກັບ

ຂ່າວ/ບົດ​ອື່ນ