ບົດ​ລາຍ​ງານ​ເສດ​ຖະ​ກິດ ຫວຽດ​ນາມ ປະ​ຈຳ​ປີ 2022, ສະ​ເໜີ​ແນະ​ໃຫ​້ “ຍົກ​ສູງ​ພື້ນ​ຖານ​ດີ​ຈີ​ຕອນ​ແກ່​ຂະ​ແໜງ​ການ​ບໍ​ລິ​ການ”

(VOVWORLD) -ວັນທີ 20 ພຶດສະພາ, ສະຖາບັນຄົ້ນຄວ້າເສດຖະກິດ ແລະ ນະໂຍບາຍ, ສັງກັດມະຫາວິທະຍາໄລເສດຖະກິດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໄດ້ປະກາດບົດລາຍການເສດຖະກິດ ຫວຽດນາມ ປະຈຳປີ 2022 ດ້ວຍຫົວຂໍ້ “ຍົກສູງພື້ນຖານດີຈີຕອນໃຫ້ແກ່ຂະແໜງການບໍລິການ”.
ບົດ​ລາຍ​ງານ​ເສດ​ຖະ​ກິດ ຫວຽດ​ນາມ ປະ​ຈຳ​ປີ 2022, ສະ​ເໜີ​ແນະ​ໃຫ​້ “ຍົກ​ສູງ​ພື້ນ​ຖານ​ດີ​ຈີ​ຕອນ​ແກ່​ຂະ​ແໜງ​ການ​ບໍ​ລິ​ການ” - ảnh 1ກອງປະຊຸມສຳມະນາ ບົດລາຍງານເສດຖະກິດປະຈຳປີ 2022 (ພາບ: sggp.org.vn)

ບົດລາຍງານໄດ້ໃຫ້ຂໍ້ສັງເກດວ່າ, ປີ 2021, ໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ສົ່ງຜົນສະທ້ອນຕໍ່ພື້ນຖານເສດຖະກິດທັງໝົດຢ່າງຮ້າຍແຮງ. ຫຼາຍຂະແໜງການ, ຂົງເຂດຖືກຊຸດໂຊມ, ເຖິງຢ່າງໃດກໍຕາມ ການຫັນເປັນດີຈີຕອນໃນຫຼາຍຂະແໜງການ ແລະ ຂົງເຂດ, ໃນນັ້ນ, ມີຂົງເຂດການບໍລິການ ໄດ້ກາຍເປັນຂີດໝາຍສຳຄັນ, ໜູນຊ່ວຍວິສາຫະກິດ, ຄອບຄົວດຳເນີນທຸລະກິດຮັບມື ແລະ ຟື້ນຟູເທື່ອລະກ້າວໃນທ້າຍປີ 2021, ຕົ້ນປີ 2022. ທ່ານປະລິນຍາເອກ ຫງວຽນກວກຫວຽດ - ຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດ ແລະ ນະໂຍບາຍ ຖືວ່າ:

        “ໃນສະພາບການໂລກ ແລະ ພາຍໃນປະເທດຕ້ອງດຳລົງຊີວິດຮ່ວມ ແລະ  ຮັບມືກັບໂລກລະບາດໂຄວິດ - 19 ຢ່າງປອດໄພ, ມີໄຫວພິບ, ພວກຂ້າພະເຈົ້າຖືວ່າ  ມີຫຼາຍທ່າອ່ຽງຕິດພັນກັບພື້ນຖານເສດຖະກິດດີຈີຕອນ, ຫັນເປັນດີຈີຕອນ ຕົວຢ່າງຄື ການເຮັດວຽກຈາກທາງໄກ, ເສດຖະກິດອີງໃສ່ລະບົບ, ອິນເຕີເນັດສັບພະສິ່ງ… ພາຍຫຼັງໂລກລະບາດ, ທ່າອ່ຽງນີ້ໄດ້ກາຍເປັນພື້ນຖານ ແລະ ເປັນກຳລັງໜູນຢ່າງແທ້ຈິງໃຫ້ແກ່ບັນດາພື້ນຖານເສດຖະກິດໃນໂລກ”.

ຕອບກັບ

ຂ່າວ/ບົດ​ອື່ນ