ບັນຍາກາດຕ້ອນຮັບຕ້ອນຮັບວັນບຸນຄິດສະມາດຢ່າງເບີກບານມ່ວນຊື່ນໃນທົ່ວປະເທດ

(VOVWORLD) -ຕອນຄ່ຳວັນທີ 24 ທັນວາຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດໄດ້ຈັດບັນດາການເຄື່ອນໄຫວຢ່າງຟົດຟື້ນມ່ວນຊື່ນເພື່ອຕ້ອນຮັບບຸນຄິດສະມາດ 2022 ແລະ ປີໃໝ່ ຄສ 2023
ບັນຍາກາດຕ້ອນຮັບຕ້ອນຮັບວັນບຸນຄິດສະມາດຢ່າງເບີກບານມ່ວນຊື່ນໃນທົ່ວປະເທດ - ảnh 1ບັນຍາກາດເບີກບານມ່ວນຊື່ນຕ້ອນຮັບວັນບຸນຄິດສະມາດຢູ່ໂບດ ແຈ໊ງຕວ່າທີ່ນະຄອນດານັ້ງ

    ຢູ່ ຮ່າໂນ້ຍຊາວນະຄອນຫຼວງນັບພັນຄົນໄດ້ຫຼັ່ງໄຫຼອອກສູ່ຖະໜົນສາຍຕ່າງໆ ອ້ອມແອ້ມໜອງ ຮວ່ານກ໊ຽມ, ຖະໜົນຍາເທີ່, ຫຼີຖາຍໂຕ໋... ເພື່ອຕ້ອນຮັບວັນບຸນຄິດສະມາດ. ຢູ່ ໂບດຖາຍຮ່າ, ໂບດໃຫຍ່ຮ່າໂນ້ຍ, ໂບດຮ່າມລອງແລະໂບດອື່ນໆອີກ 400 ແຫ່ງກໍ່ລ້ວນແຕ່ໄດ້ປະດັບປະດາຢ່າງສວຍສົດງົດງາມເພື່ອຕ້ອນຮັບວັນບຸນຄິດສະມາດ.

ຢູ່ ນະຄອນໂຮ່ຈີມິນ, ຫຼາຍບໍລິເວນອ້ອມໂບດຕ່າງໆ ແລະ ຖະໜົນຍ່າງ ຫງວຽນເຫວະ, ໂບດເຕິນດິ້ງ, ໂບດດຶກບ່າ... ໄດ້ດຶງດູດປະຊາຊົນມາຮ່ວມວັນບຸນ ແລະ ມາລະຫຼິ້ນມ່ວນຊື່ນ. ນາງຟ້າມທິກ໋ຽວຈິງ ຊາວຄິຼດມາຕ້ອນຮັບວັນບຸນຄິດສະມາດເປີດເຜີຍວ່າ:

 “ປີນີ້ ຊາວຄິດທຸກໆຄົນກໍ່ມີຄວາມເບີກບານມ່ວນຊື່ນເພາະວ່າໄດ້ໄປໂບດໄດ້ເຂົ້າຮ່ວມພິທີຕ້ອນຮັບວັນບຸນຄິດສະມາດຢ່າງເບີກບານມ່ວນຊື່ນ, ຢູ່ຫຼາຍແຫ່ງກໍ່ໄດ້ປະດັບປະດາຢ່າງສວຍງາມ. ທຸກໆຄົນກໍ່ມີຄວາມຫວັງຢາກມີການດຳລົງຊີວິດສະຫງົບສຸກ ແລະ ເບີກບານມ່ວນຊື່ນຫຼາຍຂຶ້ນ”.

ສ່ວນຢູ່ນະຄອນດ່າໜັງ, ແຂກທ່ອງທ່ຽວກໍ່ໄດ້ເຊື່ອມຕົວເຂົ້າກັບບັນຍາກາດເບີກບານມ່ວນຊື່ນຕ້ອນຮັບວັນບຸນຄິດສະມາດຢູ່ໂບດ ແຈ໊ງຕວ່າ ທີ່ເມືອງຫ໋າຍເຈົາ.

ຕອບກັບ

ຂ່າວ/ບົດ​ອື່ນ