ບັນຍາກາດຕ້ອນຮັບບຸນປີໃຫມ່ປະຈຳຊາດຂອງປະຊາຊົນໃນທົ່ວປະເທດຫວຽດນາມ

(VOVWORLD) -ຕອນຄ່ຳວັນທີ 15 ກຸມພາ, ປະຊາຊົນຫວຽດນາມ ນັບລ້ານໆຄົນໃນທົ່ວປະເທດໄດ້ເຕົ້າໂຮມຢູ່ບັນດາສະຖານທີ່ລະຫລິ້ນບັນເທິງເພື່ອຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ ພາວະນາຂໍໃຫ້ປີໃຫມ່ມີໂຊກມີໄຊມີຄວາມຜາສຸກ.  
ບັນຍາກາດຕ້ອນຮັບບຸນປີໃຫມ່ປະຈຳຊາດຂອງປະຊາຊົນໃນທົ່ວປະເທດຫວຽດນາມ - ảnh 1 ຊາວຮ່າໂນ້ຍ ຊົມການຍິງບັ້ງໄຟດອກໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່

ສຳລັບຊາວນະຄອນຫລວງ ຮ່າໂນ້ຍ, ລາຍການຍິງບັ້ງໄຟດອກໃນຄ່ຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ໃນແຕ່ລະປີລ້ວນແຕ່ນຳມາເຊິ່ງຄວາມຮູ້ສຶກແຕກຕ່າງກັນ. ພິເສດ ປີນີ້ ຊາວນະຄອນຫລວງ ຍິ່ງມີຄວາມປິຕິຊົມຊື່ນ ແລະ ມີຄວາມຜາສຸກກວ່າ ເມື່ອໄດ້ເຫັນປະຈັກຕາຮູບພາບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ພ້ອມກັບບັນດາການນຳຫລັກແຫລ່ງນະຄອນ ຮ່າໂນ້ຍ ຍ່າງໄປຕ້ອນຮັບລະດູບານໃຫມ່ ແລະ ອວຍພອນບຸນເຕັດພ້ອມກັບປະຊາຊົນຢູ່ບໍລິເວນຫນອງ ຮ່ວານກຽມ. ອ້າຍ ໂງງອກດ໋ຽນ ຢູ່ ເມືອງບາດີງ ຮ່າໂນ້ຍ ເວົ້າວ່າ:

        “ເມື່ອເຂົ້າຮ່ວມຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ປີນີ້ ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນຫລາຍ ເມືື່ອໄດ້ເຫັນປະຈັກຕາຮູບພາບທ່ານເລຂາທິການໃຫຍ່ ລົງອວຍພອນບຸນເຕັດປະຊາຊົນຢູ່ຫນອງຮ່ວານກຽມ. ຂ້າພະເຈົ້າຄິດວ່າ ນີ້ແມ່ນທ່ານເລຂາທິການໃຫຍ່ ມີຄວາມໃກ້ຊິດສະຫນິດສະຫນົມກັບປະຊາຊົນ ຍາມໃດກໍ່ມີຄວາມເອົາໃຈໃສ່ເຖິງປະຊາຊົນ ແລະ ປາດຖະຫນາຢາກໃຫ້ປະຊາຊົນມີຄວາມສະຫງົບສຸກ.”

ສ່ວນຢູ່ນະຄອນເຫ້ວ, ໂຮ້ຍອານ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງຕ້ອບຮັບປີໃຫມ່ປະຈຳຊາດ, ສ້າງຄວາມດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວຕ່າງປະເທດເຂົ້າຮ່ວມເປັນຈຳນວນຫລວງຫລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ