ບັນດາການເຄື່ອນໄຫວທີ່ຟົກຟື້ນເພື່ອຂ່ຳນັບຮັບຕ້ອນວັນບຸນປື້ມຫວຽດນາມຄັ້ງທີ3

ບັນດາການເຄື່ອນໄຫວທີ່ຟົກຟື້ນເພື່ອຂ່ຳນັບຮັບຕ້ອນວັນບຸນປື້ມຫວຽດນາມຄັ້ງທີ3 - ảnh 1
​ວັນ​ບຸນ​ປື້​ມ ຫວຽດນາມ ຄັ້ງ​ທີ 3
(ພາບ: TTXVN)

(vovworld) - ​ ວັນ​ທີ 20/04, ຢູ່​ຫລາຍ​ທ້ອງ​ຖິ່ນ​ໃນທົ່ວ​ປະ​ເທດ ​ໄດ້​ດຳ​ເນີນ​ບັນດາ​ການ​ເຄື່ອນ​​ໄຫວ​ຢ່າງ​ຟົດ​ຟື້ນ ​ເພື່ອຂ່ຳນັບ​ຮັບ​ຕ້ອນ​ວັນ​ບຸນ​ປື້​ມ ຫວຽດນາມ (21/04). ຢູ່​ຮ່າ​ໂນ້ຍ, ຈຸດ​ພົ້ນ​ເດັ່ນ​ຂອງ​ວັນ​ບຸນ​ປື້​ມ ຫວຽດນາມ ຄັ້ງ​ທີ 3 ​ແມ່ນ​ງານ​ບຸນ​ປື້​ມຂ່ຳນັບ​ຮັບ​ຕ້ອນ​ວັນ​ບຸນ​ປື້​ມ ຫວຽດນາມ ຖືກ​ດຳ​ເນີນ​ໃນ​ລະ​ຫວ່າງ​ວັນ​ທີ 20 – 24/04. ​ເຂົ້າ​ຮ່ວມ​ງານ​ບຸນ​ປື້ມ ​ມີເກືອບ 90 ຫົວໜ່ວຍ​ພິມ​ຈຳໜ່າຍ​ໃນ​ທົ່ວ​ປະ​ເທດ​ໄດ້​ວາງສະ​ແດງ, ​ແນະນຳ​ປື້​ມ ດ້ວຍຫົວ​ຂໍ້ “ປື້​ມກັບ​ຊີວິດ”, ​ໂອ້​ລົ​ມສົນທະນາ​ກ່ຽວ​ກັບ​ອະທິປະ​ໄຕທະ​ເລ​ໝູ່​ເກາະ ​ໂດຍ​ຜ່ານ​ບັນດາປື້​ມວັນນະຄະດີ​ທີ່​ຫາ​ກໍ່​ໄດ້​ພິມ​ຈຳໜ່າຍ…ທ່ານ ຈູ​ວັນ​ຮ່ວາ ຫົວໜ້າ​ກົມ​ພິມ​ຈຳໜ່າຍ, ການ​ພິມ ​ແລະ ການຈຳໜ່າຍຖື​ວ່າ: ຜ່ານ​ການຈັດ​ຕັ້ງ​ເປັນ 3 ຄັ້ງ, ວັນ​ບຸນ​ປື້​ມ ຫວຽດນາມ ​​ໄດ້ກາຍ​ເປັນ​ວັນ​ບຸນ​ຂອງ​ປະຊາ​ຄົມຢ່າງ​ແທ້​ຈິງ.

        “ນີ້​ແມ່ນ​ວັນ​ວັດທະນະທຳ​ຂອງ​ປະ​ເທດ​ຊາດ ​ໄດ້​ເລີ່​ມຕົ້ນ​ຈາກ​ວຽກ​ງານ​ມີ​ຄວາມ​ໝາຍ, ມີ​ມູນ​ເຊື້ອ​ມາ​ແຕ່ດົນ​ນານ​ທີ່​ສຸດ ນັ້ນ​ແມ່ນ​ເສີມ​ຂະຫຍາຍ​ມູນ​ເຊື້ອມັກ​ການ​ຮຳ່ຮຽນ​ຂອງ​ຊາດ​ ຫວຽດນາມ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ມັກ​ການ​ຮ່ຳຮຽນ, ຕັດສິນ​ໃຈບືນ​ຕົວ​ຂຶ້ນ ​ເພື່ອ​ສ້າງສາ​ປະ​ເທດຊາດ​ມີພູມ​ປັນຍາ ​ແລະ ສີສັນ​ວັດທະນະທຳ​.”

        ບໍ່​ພຽງ​ແຕ່​ຢູ່​ບັນດາ​ຕົວ​ເມືອງ​ໃຫຍ່​ຄື ຮ່າ​ໂນ້ຍ, ດ່າ​ໜັງ, ນະຄອນ ​ໂຮ່ຈີ​ມິນ ​ເທົ່າ​ນັ້ນ ວັນ​ບຸນ​ປື້​ມ ຫວຽດນາມ ຍັງ​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່​ບັນດາ​ແຂວງ ຮ່າ​ຢາງ, ອຽນ​ບ໋າ​ຍ, ລ້າງ​ເຊີນ, ກອນ​ຕູມ ອີກດ້ວຍ​.

 

ຂ່າວ/ບົດ​ອື່ນ