ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 65 ປີ ແຫ່ງວັນໄຊຊະນະດ້ຽນບຽນຝູ໋

(VOVWORLD) -ຄະນະຊາວໜຸ່ມທະຫານປ້ອງກັນຊາຍແດນ ໄດ້ສົມທົບກັບ ສະມາຄົມນັກຮົບເກົ່າ ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ ຈັດຕັ້ງການມອບຂອງຂວັນໃຫ້ແກ່ພະຍານຫຼັກຖານປະຫວັດສາດໃນບັ້ນຮົບດ້ຽນບຽນຝູ໋ 20 ຄົນ
ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 65 ປີ ແຫ່ງວັນໄຊຊະນະດ້ຽນບຽນຝູ໋ - ảnh 1ການມອບຂອງຂວັນໃຫ້ແກ່ພະຍານຫຼັກຖານປະຫວັດສາດໃນບັ້ນຮົບດ້ຽນບຽນຝູ໋  (ພາບ: ແທັ່ງຈູງ)

ວັນທີ 7 ພຶດສະພາ, ຄະນະຊາວໜຸ່ມທະຫານປ້ອງກັນຊາຍແດນ ໄດ້ສົມທົບກັບ ສະມາຄົມນັກຮົບເກົ່າ ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ ຈັດຕັ້ງການມອບຂອງຂວັນໃຫ້ແກ່ພະຍານຫຼັກຖານປະຫວັດສາດໃນບັ້ນຮົບດ້ຽນບຽນຝູ໋ 20 ຄົນ, ເຊິ່ງປັດຈຸບັນ ພວມດໍາລົງຊີວິດໃນບໍລິເວນກົມກອງຕັ້ງທັບ. ທ່ານພັນຕີ ເຈືອງເລິມເຕີ໊ຍ, ຫົວໜ້າຄະນະຊາວໜຸ່ມທະຫານປ້ອງກັນຊາຍແດນ, ແບ່ງປັນວ່າ:

        “ເພື່ອເຈືອຈານເຂົ້າກັບບັນຍາກາດແຂ່ງຂັນກັນຂໍ່ານັບຮັບຕ້ອນເຫດການ ສະເຫຼີມສະຫຼອງ 65 ປີ ແຫ່ງວັນໄຊຊະນະດ້ຽນບຽນຝູ໋, ສະມາຊິກຊາວໜຸ່ມທະຫານປ້ອງກັນຊາຍແດນ ໄດ້ສົມທົບກັນຈັດຕັ້ງການເຄື່ອນໄຫວແທດຈິງຫຼາຍຢ່າງ ເພື່ອຂໍ່ານັບຮັບຕ້ອນຄື: ພິທີໂຮມຊຸມນຸມມິດຕິງ, ພົບປະແລກປ່ຽນວັດທະນະທໍາ, ສະແດງສິລະປະ, ແຂ່ງຂັນກິລາ, ພິເສດແມ່ນບັນດາການເຄື່ອນໄຫວຈາລຶກບຸນຄຸນມອບຂອງຂວັນໃຫ້ແກ່ບັນດາຄອບຄົວ, ບັນດານັກຮົບເກົ່າທີ່ໄດ້ເຂົ້າຮ່ວມບັ້ນຮົບປະຫວັດສາດດ້ຽນບຽນຝູ໋”.

        ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີ ແຫ່ງວັນໄຊຊະນະ ດ້ຽນບຽນຝູ໋, ໃນຕະຫຼອດກວ່າ 1 ປີ ທີ່ຜ່ານມາ, ໂຮງພິມຈໍາໜ່າຍ ຖະແຫຼງຂ່າວ ແລະ ສື່ສານ ໄດ້ສົມທົບກັບບຸກຄົນທີ່ເປັນພະຍານຫຼັກຖານປະຫວັດສາດຫຼາຍຄົນ ພ້ອມກັບບັນດາອົງການຈັດຕັ້ງ, ນັກຊ່ຽວຊານ ແລະ ນັກຄົ້ນຄວ້າ ປະຫວັດສາດ ຈັດຕ້ັງ ການຮຽບຮຽງ ແລະ ພິມຈໍາໜ່າຍຊຸດປື້ມ “65 ປີ ແຫ່ງວັນໄຊຊະນະດ້ຽນບຽນຝູ໋ - ຂີດໝາຍຄໍາທີ່ຮຸ່ງເຮືອງເຫຼືອງເຫຼື້ອມ”. ຊຸດປື້ມດັ່ງກ່າວ ແມ່ນ ສາງເອກະສານອັນລໍ້າຄ່າ, ໃຫຍ່ໂຕມະໂຫຖານ, ຊ່ວຍຜູ້ອ່ານມີບັນດາມູນມອງຢ່າງພາວະວິໄສ, ຊອກຮູ້ສະພາບການ ກ່ຽວກັບ 56 ວັນ ແລະ ຄືນ ທີ່ທະຫານຫວຽດນາມ ໄດ້ປະຕິບັດຢູ່ບັ້ນຮົບ ດ້ຽນບຽນຝູ໋. 

ຕອບກັບ

ຂ່າວ/ບົດ​ອື່ນ