ບັນດາການເຄື່ອນໄຫວສະເຫຼີມສະຫຼອງ185ປີແຫ່ງວັນສ້າງຕັ້ງແຂວງລ້າງເຊີນ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ185ປີແຫ່ງວັນສ້າງຕັ້ງແຂວງລ້າງເຊີນ - ảnh 1
(ນະຄອນລ້າງເຊີນ / ພາບປະກອບ)

(vovworld) – ​ ​ ຕອນ​ຄ່ຳ​ວັນ​ທີ 02/11, ຄະນະ​ກຳມະການ​ປະຊາຊົນ​ແຂວງ ລ້າງ​ເຊີນ ​​ໄດ້ໄຂ​ວັນ​ບຸນ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ບັນດາ​ຊົນ​ເຜົ່າ​ແຂວງ ລ້າງ​ເຊີນ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ຂ່ຳນັບ​ຮັບ​ຕ້ອນ​ເຫດການສະ​ເຫຼີ​ມສະຫຼອງ 185 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ ລ້າງ​ເຊີນ (04/11/1831 – 04/11/2016). ດ້ວຍ​ບັນດາ​ລາຍການ​ສິລະ​ປະ​ເປັນ​ເອກະລັກ​ ​​ແນະນຳກ່ຽວ​ກັບປະ​ເທດ​ຊາກ, ປະຊາຊົນ ​ແລະ ສີສັນ​ວັດທະນະທຳ​ຂອງປະຊາຊົນ​ບັນດາ​ເຜົ່າ​ໃນ​ແຂວງ ລ້າງ​ເຊີນ. ​ໃນພິທີ​ໄຂ ມີ​ການ​ເຂົ້າ​ຮ່ວມ​ຂອງນັກສະ​ແດງມະຫາຊົນ, ນັກ​ສິລະ​ປະການ, ນັກກິລາ​ພາຍ​ໃນ​ແຂວງລວມ 400 ຄົນ.

        ດ້ວຍ​ຫົວ​ຂໍ້ “ລ້າງ​ເຊີນ - ​ເຕົ້າ​ໂຮມ ​ແລະ ​ແຜ່​ຂະຫຍາຍ”, ວັນ​ບຸນ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ບັນດາ​ເຜົ່າ​ແຂວງ ລ້າງ​ເຊີນ ຖືກດຳ​ເນີນ​​ໃນ​ລະຫວ່າງ​ວັນ​ທີ 02 – 04/11/2016 ຢູ່ສະໜາມ​ຫລວງ ຮຸ່ງ​ເວື​ອງ ນະຄອນ ລ້າງ​ເຊີນ ຊຶ່ງ​ມີ​ການ​ເຄື່ອນ​ໄຫວ​ຕ່າງໆ ຄື: ສະ​ແດງ​ຊຸດ​ອາ​ພອນປະຈຳ​ເຜົ່າ, ງານ​ຕັ້ງ​ຄ້າຍ​ວັດທະນະທຳ, ​ແນະນຳ​ງານ​ບຸນ​ປະ​ເພນີ, ວັດທະນະທຳ​ທາງ​ດ້ານ​ອາຫານການ​ກິນ; ການ​ແຂ່ງຂັນຟ້ອນ​ສິງ​ໂຕ; ​ແລກປ່ຽນສະ​ແດງ​ສິລະ​ປະ…

 

ຂ່າວ/ບົດ​ອື່ນ