ບັນດາຄະນະສະມາຊິກສະພາແຫ່ງຊາດ ຮັບຮູ້ຄຳເຫັນຂອງຜູ້ມີສິດເລືອກຕັ້ງ

(VOVWORLD) - ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ລົງທຶນຍົກລະດັບພື້ນຖານໂຄງລ່າງ, ເອົາໃຈໃສ່ພັດທະນາເສດຖະກິດ - ສັງຄົມຢູ່ເຂດປະສົບກັບຄວາມຫຍຸ້ງຍາກ, ເຂດຊົນເຜົ່າສ່ວນໜ້ອຍ…

ບັນດາຄະນະສະມາຊິກສະພາແຫ່ງຊາດ ຮັບຮູ້ຄຳເຫັນຂອງຜູ້ມີສິດເລືອກຕັ້ງ - ảnh 1 ການພົບປະຜູ້ມີສິດເລືອກຕັ້ງຢູ່ ວັນເຈີ໋ນ, ອຽນບ໋າຍ

(ພາບ:vietbao.vn)

ວັນທີ 2 ພຶດສະພາ, ທ່ານ ເຈີ່ນກວກເວື້ອງ, ຜູ້ປະຈຳການຄະນະເລຂາ, ຫົວໜ້າຄະນະກຳມາທິການກວດກາສູນກາງ ແລະ ຄະນະສະມາຊິກສະພາແຫ່ງຊາດ ຊຸດທີ 14 ແຂວງ ອຽນບ໋າຍ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ວັນເຈີນ. ຮັບເອົາ ແລະ ຕອບບັນດາຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ, ທ່ານ ເຈີ່ນກວກເວື້ອງ, ຜູ້ປະຈຳການຄະນະເລຂາ, ຫົວໜ້າຄະນະກຳມາທິການກວດກາສູນກາງ ໄດ້ຢັ້ງຢືນວ່າ ບັນດາຄຳເຫັນຂອງຜູ້ມີສິດເລືອກຕັ້ງໄດ້ສະແດງໃຫ້ເຫັນອາລົມຈິດ, ຄວາມສຸດຈິດສຸດໃຈ ແລະ ຄວາມຮັບຜິດຊອບຕໍ່ປະເທດຊາດ. ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ລົງທຶນຍົກລະດັບພື້ນຖານໂຄງລ່າງ, ເອົາໃຈໃສ່ພັດທະນາເສດຖະກິດ - ສັງຄົມຢູ່ເຂດປະສົບກັບຄວາມຫຍຸ້ງຍາກ, ເຂດຊົນເຜົ່າສ່ວນໜ້ອຍ…

        ແລະ ກໍ່ໃນວັນທີ 2 ພຶດສະພາ, ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ພ້ອມກັບບັນດາສະມາຊິກສະພາແຫ່ງຊາດໜ່ວຍເລືອກຕັ້ງທີ 1 ຄະນະສະມາຊິກສະພາແຫ່ງຊາດແຂວງ ດົ່ງນາຍ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງບັນດາເມືອງ ເຍີ່ນແຈັກ, ລອງແທ່ງ, ກ່ອນທີ່ຈັດກອງປະຊຸມເທື່ອທີ 5, ສະພາແຫ່ງຊາດຊຸດທີ 14.

        ໃນວັນດຽວກັນ, ຄະນະສະມາຊິກສະພາແຫ່ງຊາດແຂວງ ບ່າເຣ້ຍ - ຫວູງເຕົ່າ ກໍ່ໄດ້ສົມທົບກັບແນວໂຮມປະເທດຊາດແຂວງ ພົບປະກັບຜູ້ມີສິດເລືອກຕັ້ງ ແມ່ນບັນດາຜູ້ມີອິດທິພົນຊື່ສຽງໃນເຂດພໍ່ແມ່ພີ່ນ້ອງຊາວເຜົ່າສ່ວນໜ້ອຍ. ບັນດາ ຜູ້ມີສິດເລືອກຕັ້ງ ມີຫຼາຍຄຳເຫັນປະກອບ, ສຸມໃສ່ເຂົ້າໃນບັນຫາໜູນຊ່ວຍປະຊາຊົນສ້າງຄວາມຮັ່ງມີ, ບັນຫາສະໜອງໃບຢັ້ງຢືນສິດນຳໃຊ້ທີ່ດິນ, ໜູນຊ່ວຍປະກັນສຸຂະພາບ, ສ້າງຫໍວັດທະນະທຳ…

ຕອບກັບ

ຂ່າວ/ບົດ​ອື່ນ