ບັນດານັກຊ່ຽວຊານ,ນັກວິທະຍາສາດປະກອບຄຳເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ຂອງພັກໃຫ້ສົມບູນແບບ

(VOVWORLD) -ໜ່ວຍຮຽບຮຽງຈະພິຈາລະນາ, ຮັບເອົາຄຳເຫັນແລກປ່ຽນຢ່າງຄົບຖ້ວນ

ບັນດານັກຊ່ຽວຊານ,ນັກວິທະຍາສາດປະກອບຄຳເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ຂອງພັກໃຫ້ສົມບູນແບບ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ

(ພາບ: VGP)

ວັນທີ 07 ມັງກອນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຜູ້ປະຈຳການອະນຸກຳມະການເສດຖະກິດ - ສັງຄົມ, ໄດ້ເປັນປະທານກອງປະຊຸມກັບບັນດານັກຊ່ຽວຊານ, ນັກວິທະຍາສາດ ເພື່ອປະກອບຄຳເຫັນ, ສືບຕໍ່ສ້າງເນື້ອໃນວິທະຍາສາດສຶກສາ, ວັດທະນະທຳ, ສັງຄົມໃນຮ່າງບົດລາຍງານສະຫຼຸບຍຸດທະສາດ 10 ປີແຫ່ງການພັດທະນາ ໄລຍະ 2011 – 2020; ຍຸດທະສາດ 10 ປີແຫ່ງການພັດທະນາເສດຖະກິດ - ສັງຄົມໄລຍະ 2021 – 2030; ບົດລາຍງານຕີລາຄາໝາກຜົນແຫ່ງການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2016 – 2020 ແລະ ທິດທາງໄລຍະ 2021 - 2025 ໃຫ້ສົມບູນແບບ.

          ທີ່ກອງປະຊຸມ, ທ່ານ ເລເຊີນຮ໋າຍ, ຮອງລັດຖະມົນຕີ, ຮອງຫົວໜ້າຄະນະກຳມະການຊົນເຜົ່າ, ສະເໜີວ່າ ບັນຫາຊົນເຜົ່າຄວນມີບັນດານະໂຍບາຍໄລຍະຍາວ, ເປັນເອກະພາບ, ໃນນັ້ນຖືເປັນສຳຄັນການອະນຸລັກຮັກສາວັດທະນະທຳ, ບັນດາຄຸນຄ່າສີສັນທີ່ເປັນມູນເຊື້ອຂອງແຕ່ລະວົງຄະນະຍາດ, ຊົນເຜົ່າ. ໃນຂະນະນັ້ນ, ທ່ານ ຮ່ວາງມິງ, ຫົວໜ້າສະຖາບັນວິທະຍາສາດ, ເຕັກໂນໂລຊີ ແລະ ປ່ຽນແປງໃໝ່ປະດິດຄິດສ້າງ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ສະເໜີວ່າ, ຍຸດທະສາດພັດທະນາໄລຍະ 2021 – 2030 ຄວນກຳນົດບັນດາຂະແໜງວິທະຍາສາດຫວຽດນາມ ທີ່ມີທ່າແຮງນຳໃຊ້ການປະຕິວັດອຸດສາຫະກຳ 4.0; ການຊຸກຍູ້ນຳໃຊ້ເຕັກໂນໂລຊີໃໝ່…

          ສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃຫ້ຮູ້ວ່າ, ໜ່ວຍຮຽບຮຽງຈະພິຈາລະນາ, ຮັບເອົາຄຳເຫັນແລກປ່ຽນຢ່າງຄົບຖ້ວນ, ໂດຍສະເພາະແມ່ນການສຳຜັດແບບໃໝ່, ເພື່ອສືບຕໍ່ສ້າງບັນດາເນື້ອໃນກ່ຽວກັບວິທະຍາສາດສຶກສາ, ວັດທະນະທຳ, ສັງຄົມໃຫ້ສົມບູນແບບ.

ຕອບກັບ

ຂ່າວ/ບົດ​ອື່ນ