ບັນດານັກເຈລະຈາ ອາເມລິກາ - ຈີນ ມີການປຶກສາຫາລືທີ່ມີລັກສະນະສ້າງສັນ

(VOVWORLD) - ວັນທີ 17 ພະຈິກ, ກະຊວງການຄ້າ ຈີນ ໃຫ້ຮູ້ວ່າ: ບັນດານັກເຈລະຈາດ້ານການຄ້າແຖວໜ້າຂອງ ອາເມລິກາ ແລະ ຈີນ ໄດ້ມີການປຶກສາຫາລືຜ່ານທາງໂທລະສັບກ່ຽວກັບຂໍ້ຕົກລົງເບື້ອງຕົ້ນລະຫວ່າງ 2 ປະເທດ.
ບັນດານັກເຈລະຈາ ອາເມລິກາ - ຈີນ ມີການປຶກສາຫາລືທີ່ມີລັກສະນະສ້າງສັນ - ảnh 1 ບັນດານັກເຈລະຈາ ອາເມລິກາ - ຈີນ ມີການປຶກສາຫາລືທີ່ມີລັກສະນະສ້າງສັນ (ພາບ: AFP/TTXVN)

        ຕາມນັ້ນແລ້ວ, ທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Robert Lighthizer ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ແລະ ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນ ອາເມລິກາ. 2 ຝ່າຍມີ “ການປຶກສາຫາລືທີ່ມີລັກສະນະສ້າງສັນ” ກ່ຽວກັບຄວາມສົນໃຈຫຼັກແຫຼ່ງຂອງກັນ ທີ່ກ່ຽວຂ້ອງເຖິງຂໍ້ຕົກລົງໄລຍະທີ 1. ແຈ້ງການກໍ່ໃຫ້ຮູ້ວ່າ: 2 ຝ່າຍຈະສືບຕໍ່ຮັກສາການຕິດຕໍ່ພົວພັນກັນຢ່າງແໜ້ນແຟ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ