ບັນດາບໍລິສັດກໍ່ສ້າງສ.ເກົາຫຼີ ມີຄວາມສົນໃຈຕໍ່ຕະຫຼາດ ຫວຽດນາມ

(VOVWORLD) -ທັງ 3 ບໍລິສັດດັ່ງກ່າວພວມຕັ້ງໜ້າລົງທຶນໃສ່ໂຄງການກໍ່ສ້າງເຂດຕົວເມືອງໃໝ່, ຕົວເມືອງອັດສະລິຍະຢູ່ ຫວຽດນາມ ດ້ວຍລະດັບເຕີບໂຕຢ່າງມີສະຖຽນລະພາບ ແລະ ສ້າງຜົນກຳໄລສູງ.
ບັນດາບໍລິສັດກໍ່ສ້າງສ.ເກົາຫຼີ ມີຄວາມສົນໃຈຕໍ່ຕະຫຼາດ ຫວຽດນາມ - ảnh 1ບໍລິສັດກໍ່ສ້າງ GS E&C
(ພາບ: Winreal)

        ຫວ່າງແລ້ວນີ້, ໜັງສືພິມ Newdaily ຂອງ ສ.ເກົາຫຼີ ໄດ້ລົງຂ່າວທີ່ວ່າ, ໜຶ່ງໃນບັນດາຕະຫຼາດຕ່າງປະເທດເຊິ່ງບັນດາບໍລິສັດກໍ່ສ້າງຂອງ ສ.ເກົາຫຼີ ມີຄວາມສົນໃຈທີ່ສຸດໃນປີນີ້ແມ່ນ ຫວຽດນາມ. ປະຈຸບັນ, ບັນດາບໍລິສັດກໍ່ສ້າງໃຫຍ່ຂອງ ສ.ເກົາຫຼີ ມີເຄື່ອງໝາຍການຄ້າຢູ່ ຫວຽດນາມ ຄື: GS E&C, Daewoo E&C, Lotte E&C ພວມເພີ່ມທະວີການມີໜ້າຢູ່ທ້ອງຖິ່ນ ດ້ວຍການປະຕິບັດບັນດາໂຄງການພັດທະນາຂະໜາດໃຫຍ່ຢູ່ນະຄອນ ໂຮ່ຈີມິນ. Daewoo E&C ໄດ້ຜັນຂະຫຍາຍໂຄງການຢູ່ນະຄອນຫຼວງ ຮ່າໂນ້ຍ, ແຕ່ວ່າ ຫວ່າງມໍ່ໆມານີ້ ກໍ່ພວມພິຈາລະນາຂະຫຍາຍການລົງທຶນໄປເຂດພາກໃຕ້. ທັງ 3 ບໍລິສັດດັ່ງກ່າວພວມຕັ້ງໜ້າລົງທຶນໃສ່ໂຄງການກໍ່ສ້າງເຂດຕົວເມືອງໃໝ່, ຕົວເມືອງອັດສະລິຍະຢູ່ ຫວຽດນາມ ດ້ວຍລະດັບເຕີບໂຕຢ່າງມີສະຖຽນລະພາບ ແລະ ສ້າງຜົນກຳໄລສູງ.

        ການນຳບາງບໍລິສັດກໍ່ສ້າງຂອງ ສ.ເກົາຫຼີ ໃຫ້ຮູ້ວ່າ, ປະຈຸບັນ ຫວຽດນາມ ແມ່ນຕະຫຼາດທີ່ດູດດື່ມ ມີຄວາມສາມາດບົ່ມຊ້ອນເຕີບໂຕສູງ.

ຕອບກັບ

ຂ່າວ/ບົດ​ອື່ນ