ບັນດາປະເທດອີຢູ ຕ້ອງແບ່ງປັນສ່ວນປະກອບງົບປະມານຂອງອັງກິດ

ບັນດາປະເທດອີຢູ ຕ້ອງແບ່ງປັນສ່ວນປະກອບງົບປະມານຂອງອັງກິດ - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) - ວັນ​ທີ 28/02, ​ທ່ານ​ກຳ​ມະ​ການ​ຜູ້​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ງົບ​ປະ​ມານ​ຂອງ​ສະ​ຫະ​ພາບ​ເອີ​ລົບ (EU) Guenther Oettinger ຖ​ະ​ແຫຼງວ່າ ເຢຍ​ລະ​ມັນ ແລະ ບັນ​ດາ​ປະ​ເທດ​ປະ​ກອ​ບ​ງົ​ບ​ປະ​ມານ​ສ່ວນ​ຫຼາຍ​ໃຫ້ ອີ​ຢູ ຈ​ະ​ຕ້ອງ​ປະ​ກອບ​ເຂົ້າ​ງົບ​ປະ​ມານ​ຂອງ​ກຸ່ມນີ້​ຕື່ມ​ອີກ ພາຍ​ຫຼັງ​ທີ່ ອັງ​ກິດ​ ຖອນ​ອອກ​ຈາກ ອີຢ​ູ, ແຕ່​ສິ່ງ​ດັ່ງ​ກ່າວບໍ່ໝາຍ​ຄວາມ​ວ່າ​ບັນ​ດາ​ປະ​ເທດ​ນີ້​ຕ້ອງ​​ແບກ​ຫາບ​ຈຳ​ນວນ​ເງິນ​ທີ່​ປະ​ກອບ​ທັງ​ໝົດ​ປະ​ມ​ານ 9 ຕື້ເອີ​ໂລ ໃນ​ແຕ່​ລະ​ປີຂອງ​ອັງ​ກິດ. ​ຍ້ອນງົບ​ປະ​ມານ​ການ​ເງິນຕ້ອງ​​​ເພີ່ມ​ລາຍຈ່າຍ​ໃຫ້​ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ, ແຜນ​ການ​ປ້ອງ​ກັນ​ລວມ​ໝ​ູ່ ແລະ ບັ້ນ​ຮົບ​ຕ້ານກໍ່​ການ​ຮ້າຍ, ສະ​ນັ້ນ ອີ​ຢູ ຈະ​​​ຕັດ​ງົບ​ປະ​​ມາ​ນ​ທີ່​ສະ​ຫງວນ​ໃຫ້​ບັນ​ດ​າ​ຂົງ​ເຂດ​ທີ່​ມີ​ມາ​ແຕ່​ດົນ​ນານ​ລົງ​ຄື ໜູນ​ຊ່ວຍ​ດ້ານ​ກະ​ສິ​ກຳ. ທ່ານ Oettinger ໃຫ​້​ຮູ້​ວ່າ, ອັງ​ກິດ ຈະ​ຕ້ອງ​ສື​ບ​ຕໍ່​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ໃຫ້​ບັນ​ດາ​ໂຄງ​ການ​ຂອງ​ອີຢ​ູ ນັບ​ທັງ​​ພາຍ​ຫຼັງ​ທີ່ປະ​ເທດນີ້​ອອກ​ຈາກ​ອີ​ຢູ ຄາດ​ວ່າ​ໃນ​ປີ 2019.

ຂ່າວ/ບົດ​ອື່ນ