ບັນດາແຂວງ ຢູ່ ພາກກາງ ຫວຽດນາມ ຕັ້ງຫນ້າ ປ້ອງກັນ ແລະ ຕ້ານພະຍຸ Gaemi

 

ບັນດາແຂວງ ຢູ່ ພາກກາງ ຫວຽດນາມ ຕັ້ງຫນ້າ ປ້ອງກັນ ແລະ ຕ້ານພະຍຸ Gaemi - ảnh 1
ພາບປະກອບ: internet

(vovworld) - ຕໍ່ຫນ້າ​ການ​ຜັນ​ແປຢ່າງ​ສັບສົນ​ຂອງ​ພະຍຸ Gaemi, ຕອນ​ບ່າຍ​ວັນ​ທີ 3/10, ຄະນະ​ຊີ້​ນຳ​ການ​ປ້ອງ​ກັນ ​ແລະ ຕ້ານ​ພະຍຸ​ນ້ຳ​ຖ້ວມສູ​ນກາງ​ໄດ້​ຈັດການ​ປະຊຸມ​ດ່ວນ​ເພື່ອ​ຕີ​ລາຄາ ​ແລະ ຊອກ​ຫາ​ວິທີ​ການ​ເພື່ອ​ປ້ອງ​ກັນ ​ແລະ ຕ້ານ​ພະຍຸ​ Gaemi. ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ສະ​ເຫ​ນີ​ໃຫ້​ບັນດາ​ທ້ອງ​ຖິ່ນ​ຈົ່ງ​ສຸ​ມ​ໃສ່​ຊີ້​ນຳ​ການ​ກະກຽມ​ເພື່ອ​ຮັບ​ມື​ກັບ​ພະຍຸ Gaemi ຢ່າງ​ເຂັ້ມ​ງວດ, ຮຽກຮ້ອງ, ​ແນະນຳ​​​ໃຫ້ເຮືອ, ກຳ​ປັ່ນ​ອອກ​ຈາກ​ເຂດ​ອັນ​ຕະລາຍ. ບັນດາ​ແຂວງ, ນະຄອນ ຕ້ອງ​ເດັດ​ດ່ຽວ​ຊີ້​ນຳ​ການຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ເຮືອກຳ​ປັ່ນ ຫລີກ​ລ້ຽງ​ພະຍຸ​ດັ່ງກ່າວ, ຍົກ​ຍ້າຍ​ປະຊາຊົນ​ໄປ​ສູ່​ສະຖານ​ທີ່​ປອດ​ໄພ. ຄາດ​ວ່າ ຕອນ​ບ່າຍ 6/10, ພະຍຸ Gaemi ຈະ​ພັດ​ເຂົ້າ​ພາກ​ກາງ ຫວຽດນາມ. ມາ​ຮອດ​ປະຈຸ​ບັນ ບັນດາ​ແຂວງ, ນະຄອນ ຢູ່ ພາກ​ກາງ ຫວຽດນາມ ​ໄດ້​​ແຈ້ງ​ຂ່າວ​ຄາວ​ກ່ຽວ​ກັບ​ການ​ຜັນ​ແປ​ຂອງ​ພະຍຸ​ ​ແລະ ບໍລິ​ເວນ​ຖືກ​ຜົນ​ສະທ້ອນ​​ໃຫ້​ແກ່​ເຮືອກຳ​ປັ່ນ ກວ່າ 28.000 ລຳຮັບ​ຊາບ. ​ແຂວງ Binh Dinh ພວມ​ກະກຽມການ​ປ້ອງ​ກັນ ​ແລະ ຕ້ານ​ພະຍຸ. ທ່ານ Phan Trong Ho ຫົວຫນ້າ​ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ແຂວງ Binh Dinh ​ໃຫ້​ຮູ້​ວ່າ:

        “ຕ້ອງ​ກວດກາ​ຫນອງ​ນ້ຳ​ທັງ​ໝົດ, ກວດກາ​ຄັນ​ຄູ. ຕ້ອງ​ປ່ອຍ​ນ້ຳ​ຢູ່​​ໃນ​ຫນອງ​ທັງ​ໝົດ​ເພື່ອ​ຮັບ​ປະກັນ​ຄວາມ​ສາມາດ​ບັນຈຸ​ນ້ຳ​ເມື່ອ​ພະຍຸ​ພັດ​ເຂົ້າ. ຫລັງ​ຈາກ​ນັ້ນ ຕ້ອງມີ​ແຜນການ​ເກັບ​ນ້ຳ​ເພື່ອ​ຮັບ​ໃຊ້​ເພື່ອລະບາຍນ້ຳເຂົ້າ​ທົ່ງ​ນາ.”

        ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ Quang Nam ​ໄດ້​ໄປ​ກວດກາ​ຫນອງ​ນ້ຳ​ທັງ​ໝົດ, ສະ​ເຫ​ນີ​ໃຫ້​​ເຈົ້າ​ຂອງ​ການ​ລົງທຶນ​ບັນດາ​ກິດຈະກຳ​ໄຟຟ້າ​ນ້ຳຕົກ​ສົມທົບ​ກັນຢ່າງ​ແຫນ້ນ​ແຟ້ນກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ເພື່ອ​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ໃຫ້​ແກ່​ເຂື່ອນ​ໄຟຟ້າ, ​ເດັດດ່ຽວ​ບໍໍ່ເກັບ​ນ້ຳ​ຢູ່​ລະດັບ​ສູງ​ສຳລັບ​ຫນອງທີ່​ບໍ່​ຮັບປະກັນຄວາມປອດ​ໄພ.

ຂ່າວ/ບົດ​ອື່ນ