ບັນຫາ Brexit: ອັງກິດຈະຊຳລະ “ໃບບິນ Brexit” ຢ່າງໜ້ອຍສຸດ 20 ຕື້ເອີໂລ

(VOVWORLD) -ວັນທີ 19 ກັນຍາ, ໜັງສືພິມ Financial Times ໄດ້ຄັດຄຳເວົ້າຂອງເຈົ້າໜ້າທີ່ອັງກິດ ໃຫ້ຮູ້ວ່າ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໃຫ້ຄຳໝັ້ນສັນຍາຈະຊຳລະຢ່າງໜ້ອຍສຸດຈຳນວນເງິນ 20 ຕື້ ເອີໂລ (ປະມານ 24 ຕື້ USD) ເພື່ອຖອນອອກຈາກສະຫະພາບເອີລົບ (ອີຢູ) ຫຼື ເອີ້ນວ່າ Brexit.

ຕາມໜັງສືພິມດັ່ງກ່າວແລ້ວ, ທ່ານ Olly Bobbins ທີ່ປຶກສາຂັ້ນສູງຂອງທ່ານນາງນາຍົກລັດຖະມົນຕີ Theresa May ໄດ້ແຈ້ງໃຫ້ຊາບກັບບັນດາຄູ່ຮ່ວມມືເອີລົບ ຮັບຊາບກ່ຽວກັບຂໍ້ຕົກລົງດັ່ງກ່າວ. ຄາດວ່າ, ທ່ານນາງນາຍົກລັດຖະມົນຕີ Theresa May ຈະປະກາດຂໍ້ຕົກລົງດັ່ງກ່າວຢ່າງເປັນທາງການໃນບົດກ່າວປາໄສກ່ຽວກັບ Brexit ຢູ່ອີຕາລີ ໃນວັນທີ 22 ກັນຍາ. ປະຈຸບັນ, ລັດຖະບານອັງກິດ ຍັງບໍ່ທັນຍົກອອກຕົວເລກລະອຽດກ່ຽວກັບຈຳນວນເງິນເທື່ອເພື່ອຕອບສະໜອງບັນດາພັນທະດ້ານການເງິນກັບອີຢູ ເມື່ອອັງກິດ ຖອນອອກຈາກອີຢູ, ຄາດວ່າໃນວັນທີ 29 ມີນາ 2019.

ຕອບກັບ

ຂ່າວ/ບົດ​ອື່ນ