ບັນຫາ Brexit: ອັງກິດເຊື່ອໝັ້ນວິວັດທະນາການຖອນອອກຈາກອີຢູອາດຈະບັນລຸຜົນສຳເລັດຖ້າຫາກມີຫົວຄິດປະດິດສ້າງ

(VOVWORLD) -ວັນທີ 26 ກັນຍາ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໄດ້ມີການເຈລະຈາກັບທ່ານປະທານສະພາເອີລົບ Donald Tusk ຢູ່ສຳນັກງານນາຍົກລັດຖະມົນຕີທີ່ ລອນດອນ ເພື່ອແນໃສ່ປຶກສາຫາລືກ່ຽວກັບບັນຫາອັງກິດ ຖອນອອກຈາກສະຫະພາບເອີລົບ (ອີຢູ) ຫຼືເອີ້ນວ່າ Brexit.
ບັນຫາ Brexit: ອັງກິດເຊື່ອໝັ້ນວິວັດທະນາການຖອນອອກຈາກອີຢູອາດຈະບັນລຸຜົນສຳເລັດຖ້າຫາກມີຫົວຄິດປະດິດສ້າງ - ảnh 1(ພາບປະກອບ: theloadstar.co.uk)

ທີ່ການເຈລະຈາ, ທ່ານນາງນາຍົກລັດຖະມົນຕີ Theresa May ໃຫ້ຂໍ້ສັງເກດວ່າ, ປະເທດນີ້ ແລະ ອີຢູ ສາມາດເຮັດໃຫ້ວິວັດທະນາການ Brexit ດຳເນີນໄປດ້ວຍສຳເລັດຜົນ ຖ້າຫາກ 2 ຝ່າຍລ້ວນແຕ່ມີຫົວຄິດປະດິດສ້າງ.

        ກ່າວຄຳເຫັນພາຍຫຼັງການພົບປະ, ທ່ານປະທານ Donald Tusk ໃຫ້ຮູ້ວ່າ, ທ່ານໄດ້ຊົມເຊີຍບັນດາຄຳກ່າວປາໄສມີລັກສະນະສ້າງສັນ ແລະ ໃນຕົວຈິງຫວ່າງມໍ່ໆມານີ້ຂອງທ່ານນາຍົກລັດຖະມົນຕີ Theresa May ຢູ່ນະຄອນ Florence ຂອງອີຕາລີ. ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ກ່າວເຕືອນວ່າ ໂດຍບໍ່ຫົວຊາຕໍ່ບັນດາຄວາມມານະພະຍາຍາມຂອງທັງ 2 ຝ່າຍ, ບັນດາການເຈລະຈາກ່ຽວກັບ Brexit ຍັງບໍ່ທັນບັນລຸໄດ້ຄວາມຄືບໜ້າທີ່ພໍສົມຄວນ ເພື່ອສາມາດຫັນໄປສູ່ໄລຍະຕໍ່ໄປ ແມ່ນປຶກສາຫາລືກ່ຽວກັບການພົວພັນໃນອະນາຄົດລະຫວ່າງອັງກິດ ແລະ ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ