ບັນຫາ Brexit: ອີຢູ ກຽມພ້ອມໃຫ້ແກ່ທຸກກໍລະນີ

(VOVWORLD) - ວັນທີ 27 ກັນຍາ, ທ່ານ Margaritis Schinas ໂຄສົກຂອງປະທານຄະນະກຳມະການ ເອີຣົບ (EC) ໃຫ້ຮູ້ວ່າ: 
ບັນຫາ Brexit: ອີຢູ ກຽມພ້ອມໃຫ້ແກ່ທຸກກໍລະນີ - ảnh 1ທ່ານ Michel Barnier ຫົວໜ້າຄະນະເຈລະຈາ Brexit ຂອງ ອີຢູ  ພາບ: AFP/TTXVN

EC ພວມສືບຕໍ່ກະກຽມໃຫ້ແກ່ກໍລະນີ ອັງກິດ ຖອນຕົວອອກຈາກ ອີຢູ (ຫຼືເອີ້ນວ່າ Brexit) ຊຶ່ງບໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບອະນາຄົດຂອງການພົວພັນລະຫວ່າງ ອັງກິດ - ອີຢູ, ແຕ່ກໍ່ຢືນຢັນວ່າ EC ພວມມານະພະຍາຍາມເພື່ອບັນລຸໄດ້ຂໍ້ຕົກລົງ.

       ແລະກໍ່ໃນວັນດຽວກັນ, ທ່ານ Michel Barnier ຫົວໜ້າຄະນະເຈລະຈາ Brexit ຂອງ ອີຢູ ໃຫ້ຮູ້ວ່າ: ທ່ານພວມມານະພະຍາຍາມເພື່ອບັນລຸໄດ້ຂໍ້ຕົກລົງກ່ຽວກັບ Brexit ແລະ ການພົວພັນດ້ານເສດຖະກິດໃນອະນາຄົດ. ກ່າວຄຳເຫັນພາຍຫລັງການພົບປະກັບລັດຖະມົນຕີກະຊວງອຸດສາຫະກຳ ແອັດສະປາຍ ຢູ່ນະຄອນຫລວງ ບຣຸກແຊນ ປະເທດ ແບນຊິກ, ທ່ານ Barnier ກ່າວວ່າ: ອີຢູ ສືບຕໍ່ມານະພະຍາຍາມເພື່ອໃຫ້ Brexit ມີຄວາມເປັນລະບຽບຮຽບຮ້ອຍ ແລະ ການພົວພັນຄູ່ຮ່ວມມືທີ່ເຕັມໄປດ້ວຍຄວາມມັກໃຫຍ່ໃຝ່ສູງໃນອະນາຄົດກັບ ອັງກິດ, ໃນນັ້ນ ລວມມີການພົວພັນດ້ານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ