ບ​ໍ​ລິ​ສັດ​ໃຫ້​ຄຳ​ປຶກ​ສາ​ຂອງ ອັງ​ກິດ ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ກ່ຽວ​ກັບ​ການ​ເຕີບ​ໂຕ ແລະ ແງ່​ຫວັງ​ເສດ​ຖະ​ກິດ ຫວຽດ​ນາມ

(VOVWORLD) - ຕາມບໍລິສັດໃຫ້ຄຳປຶກສາ Oxford Economics ແລ້ວ, ໃນປີ 2023 ການສົ່ງອອກ ຂອງ ຫວຽດນາມ ມີການເຕີບໂຕກ້າວກະໂດດຂັ້ນ. 
ບ​ໍ​ລິ​ສັດ​ໃຫ້​ຄຳ​ປຶກ​ສາ​ຂອງ ອັງ​ກິດ ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ກ່ຽວ​ກັບ​ການ​ເຕີບ​ໂຕ ແລະ ແງ່​ຫວັງ​ເສດ​ຖະ​ກິດ ຫວຽດ​ນາມ - ảnh 1ພາບປະກອບ: TTXVN

ວັນທີ 20 ທັນວາ, ເວັບໄຊ digitalnewsasia.com (ມາເລເຊຍ) ໄດ້ມີບົດຂຽນຄັດສະເໜີໝາກຜົນການຄົ້ນຄ້ວາຂອງບໍລິສັດໃຫ້ຄຳປຶກສາ Oxford Economics ໂດຍສະແດງໃຫ້ເຫັນບັນດາຂໍ້ສັງເກດທີ່ຕັ້ງໜ້າກ່ຽວກັບເສດຖະກິດ ຫວຽດນາມ ປີ 2023 ແລະ ຄາດຄະເນແງ່ຫວັງ ທີ່ມີຄວາມເປັນໄປໄດ້ສູງ ໃນໄລຍະກາງ.

ຕາມບໍລິສັດໃຫ້ຄຳປຶກສາ Oxford Economics ແລ້ວ, ໃນປີ 2023 ການສົ່ງອອກ ຂອງ ຫວຽດນາມ ມີການເຕີບໂຕກ້າວກະໂດດຂັ້ນ. ການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດທີ III/2023 ຢູ່ລະດັບ 5,3% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2022, ເພີ່ມຂຶ້ນ ເມື່ອທຽບໃສ່ກັບ 4,1% ໃນໄຕມາດທີ II/2023. ສິ່ງນີ້ ບັນລຸໄດ້ຍ້ອນການຟື້ນຟູຢ່າງແຮງໃນຂົງເຂດການຜະລິດ ຍ້ອນມູນຄ່າສົ່ງອອກເພີ່ມຂຶ້ນໃນສະພາບການ ການສົ່ງອອກເຄື່ອງເອເລັກໂຕນິກ ໄດ້ຮັບການປັບປຸງ, ພິເສດແມ່ນການສົ່ງອອກໄປຍັງຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ