ບາດກ້າວທຳອິດ ຜັນຂະຫຍາຍ ແຜນການ “ປີແຫ່ງຄວາມ ປອດໄພຄົມມະ ນາຄົມ 2012”

ບາດກ້າວທຳອິດ ຜັນຂະຫຍາຍ ແຜນການ “ປີແຫ່ງຄວາມ ປອດໄພຄົມມະ ນາຄົມ 2012”  - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳນະຄອນ ຮ່າໂນ້ຍ
ພາບ:baodientu.chinhphu.vn

(vovworld) - ຕອນ​ເຊົ້າ​ວັນ​ທີ 20/2, ທ່ານ ຫງວຽນ​ຊວນ​ຟຸກ ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ປະທານ​ຄະນະ​ກຳມະການ​ຄວາມ​ປອດ​ໄພ​ຄົມມະນາຄົມ​ແຫ່ງ​ຊາດ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ ຄະນະ​ກຳມະການ​ປະຊາຊົນ​ ນະຄອນ ຮ່າ​ໂນ້ຍ ກ່ຽວ​ກັບ​ສະພາບ​ການ​ຜັນ​ຂະຫຍາຍ​ແຜນການ​ດຳ​ເນີນ​ງານ “ປີ​ແ​ຫ່ງຄວາມ​ປອດ​ໄພ​ຄົມມະນາຄົມ 2012”, ວຽກ​ງານ​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ ຄວາ​ມປອດ​ໄພ​ຄົມມະນາຄົມ ​ແລະ ຕ້ານ​ສະພາບ​ລົດ​ຕິດ​ຢູ່​ໃນ​ບໍລິ​ເວນ​ນະຄອນ. ທີ່​ການ​ເຮັດ​ວຽກ, ການ​ນຳ​ຄະນະ​ກຳມະການ​ປະຊາຊົນ ນະຄອນ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:  ປີ ​ແຫ່ງ​ຄວາມ​ປອດ​ໄພ​ຄົມມະນາຄົມ 2012, ນະຄອນ ຮ່າ​ໂນ້ຍ ຈະ​ວາງ​ອອກ​ບັນດາ​ຄາດໝາຍ​ອັນ​ເປັນ​ພື້ນຖານຄື: ຫລຸ​ດຜ່ອນ​ຢ່າງ​ຫນ້ອຍ​ສຸດ 10% ກໍລະນີ​ອຸປະ​ຕິ​ເຫດທາງຄົມມະນາຄົມ, ຈຳນວນ​ຜູ້​ຖືກ​ເສຍ​ຊີວິດ ​ແລະ ບາດ​ເຈັບ​ຍ້ອນ​ອຸປະຕິ​ເຫດ​ຄົມມະນາຄົມ, ຫລຸດຜ່ອນ​ຢ່າງ​ຫນ້ອຍ​ສຸດ 20% ກໍລະນີ​ລົດ​ຕິດ​ຄົມມະນາຄົມ, ລົບ​ລ້າງ 50% ບ່ອນ​ທີ່​ເຄີຍ​ເກີດ​ອຸປະຕິ​ເຫດ. ພ້ອມ​ກັນ​ນັ້ນ  ​ເລື່ອງ​ປ່ຽນ​ເວລາ​ເຂົ້າ​ ​ແລະ​ ​ເລີກຮຽນ, ​​ເວລາ​ເຮັດ​ວຽກ​ໃຫມ່ ​ຊຶ່ງ​ນະຄອນ ຮ່າ​ໂນ​້ຍ​ໄດ້​ຜັນຂະຫຍາຍ​ປະຕິບັດ​ໃນ​ເດືອນ 2/2012 ມີ​ປະສິດທິ​ຜົນ​ໃນ​ເບື້ອງ​ຕົ້ນ ​ເປັນ​ຕົ້ນ​ແມ່ນ​ໃນ​ຍາມ​ຕອນ​ເຊົ້າ. ກ່າວ​ຄຳ​ເຫັນ​ນະ​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ປະທານ​ຄະນະ​ກຳມະການ ຄວາມ​ປອດ​ໄພ​ຄົມມະນາຄົມ​ແຫ່ງ​ຊາດ​ໄດ້​ເນັ້ນ​ຫນັກ​ວ່າ:

        “ພວກ​ເຮົາ​ພວມ​ປະຕິບັດ​ແຜນ​ນະ​ໂຍບາຍ​ຫນຶ່ງ​ທີ່​ສຳຄັນ​ຂອງ​ລັດຖະບານ ​ແມ່ນ​ຖະຫນົນ​ສາຍ​ຕ່າງໆ​ບໍ່​ມີ​ສະພາບ​ການ​ລົດ​ຕິດ, ຂ້າງ​ຖະໜົນ​ບໍ່​ມີ​ລົດ​ຈອດ. ນະຄອນ ຮ່າ​ໂນ້ຍ ​ໄດ້​ມີ​ບັນດາ​ມາດ​ຕະການຫ້າມຖະໜົນ 262 ສາຍ​ບໍ່​ໄດ້​ຢຸດ ​ແລະ ຈອດ​ລົດ.​ ຕຳຫລວດຂອງ ນະຄອນ ຮ່າ​ໂນ້ຍ ພ້ອມ​ກັບ​ບັນດາ​ຄະນະ​ກຳມະການ​ປະຊາຊົນ ​ເມືອງ ປະຕິບັດ​ວຽກ​ງານຢ່າງ​ຂ້ຽວຂາດ. ​ໄລຍະ​ຈະ​ມາ​ເຖິງ ພວກ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ປະຊາຊົນ​ປະຕິ​ບັດ​ກົດໝາຍ​ວ່າ​ດ້ວຍ​ຄົມມະນາຄົມ​ທາງບົກ​ເປັນ​ຢ່າງ​ດີ ​ແລະ ພິ​ເສດ ​ແມ່ນ​ວັດທະນະທຳ​ໃນ​ການ​ສັນຈອນ​ຢູ່ ນະຄອນຫລວງ ​ເພື່ອ​​ເປັນ​ແບບຢ່າງ​ໃຫ້​ທັງ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ