ປິ 2020 ເປັນຂີດ​ໝາຍ​ແຫ່ງ​ຄວາມອົງ​ອາດ​ກ້າ​ແກ່ນ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫ​ະ​ກິດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຍ້ອນໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຂຶ້ນ

(VOVWORLD) -ໝາກຜົນຂອງການສຳຫຼວດສະແດງໃຫ້ເຫັນວ່າ ປີ 2020 ແມ່ນປີທີ່ມີຄວາມຫຍຸ້ງຍາກຫຼາຍຢ່າງ ເມື່ອວິສາຫະກິດເກືອບ 90%ຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ຄື ຫຼຸດຜ່ອນຄວາມສາມາດໃນການສຳຜັດກັບລູກຄ້າ, ລະບົບການສະໜອງຖືກຢຸດສະງັກ.
ປິ 2020 ເປັນຂີດ​ໝາຍ​ແຫ່ງ​ຄວາມອົງ​ອາດ​ກ້າ​ແກ່ນ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫ​ະ​ກິດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຍ້ອນໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຂຶ້ນ - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີປະກາດບົດລາຍການຜົນກະທົບຈາກໂລກລະບາດໂຄວິດ - 19 ຕໍ່ວິສາຫະກິດ ຫວຽດນາມ (ພາບ: baotintuc.vn)

ຕອນເຊົ້າວັນທີ 12 ມີນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີປະກາດບົດລາຍງານຜົນກະທົບຈາກໂລກລະບາດໂຄວິດ - 19 ຕໍ່ວິສາຫະກິດ ຫວຽດນາມ. ບົດລາຍງານໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ທະນາຄານໂລກ ປະຈຳ ຫວຽດນາມ ປະຕິບັດ. ມີວິສາຫະກິດກ່ວາ 10.000 ແຫ່ງໃນທົ່ວປະເທດເຂົ້າຮ່ວມ ການສຳຫຼວດ.

ໝາກຜົນຂອງການສຳຫຼວດສະແດງໃຫ້ເຫັນວ່າ ປີ 2020 ແມ່ນປີທີ່ມີຄວາມຫຍຸ້ງຍາກຫຼາຍຢ່າງ ເມື່ອວິສາຫະກິດເກືອບ 90%ຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ຄື ຫຼຸດຜ່ອນຄວາມສາມາດໃນການສຳຜັດກັບລູກຄ້າ, ລະບົບການສະໜອງຖືກຢຸດສະງັກ. ໃນສະພາບການນັ້ນ, ປີ 2020 ກໍ່ເປັນຂີດໝາຍແຫ່ງຄວາມອົງອາດກ້າແກ່ນຂອງປະຊາຄົມວິສາຫະກິດ ເພື່ອຜ່ານຜ່າສະພາບຄວາມຫຍຸ້ງຍາກ. ບົດລາຍງານກໍ່ເນັ້ນໜັກວ່າ ເພື່ອບັນລຸໄດ້ບັນດາໝາກຜົນດັ່ງກ່າວ, ນອກຈາກຄວາມເປັນເຈົ້າການຂອງປະຊາຄົມວິສາຫະກິດແລ້ວ ກໍ່ຍັງມີບົດບາດລະດົມກຳລັງໃຈ ແລະ ໜູນຊ່ວຍຈາກລັດ ອີກດ້ວຍ. ທ່ານ ຫວູຕຽນລົກ ປະທານ VCCI ໃຫ້ຮູ້ວ່າ:

        ບັນດານະໂຍບາຍໜູນຊ່ວຍ ແລະ ຮ່ວມເດີນທາງຂອງລັດຖະບານໃນສະພາບການເກີດໂລກລະບາດໂຄວິດ - 19 ໄດ້ຮັບການຕີລາຄາສູງຈາກບັນດາວິສາຫະກິດ, ເປັນຕົ້ນແມ່ນບັນດານະໂຍບາຍການເງິນ. ມີ 75% ຈຳນວນວິສາຫະກິດຖືວ່າບັນດານະໂຍບາຍໜູນຊ່ວຍຂອງລັດຖະບານແມ່ນມີຜົນປະໂຫຍດ.

ຕອບກັບ

ຂ່າວ/ບົດ​ອື່ນ