ປຸກ​ລະ​ດົມ​ບັ້ນ​ເຄື່ອນ​ໄຫວ​ສະ​ເຫຼີ​ມ​ສະຫຼອງ 90 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

(VOVWORLD) -ຕອນເຊົ້າວັນທີ 29 ກັນຍາ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ຈັດຕັ້ງພິທີປຸກລະດົມບັ້ນເຄື່ອນໄຫວສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (ວັນທີ 3 ກຸມພາ 1930 - ວັນທີ 3 ກຸມພາ 2020) ດ້ວຍຫົວຂໍ້ທີ່ວ່າ “ຊາວໜຸ່ມນະຄອນໂຮ່ຈີມິນມີຄວາມຈົ່ງຮັກພັກດີ, ໄວ້ເນື້ອເຊື່ອໃຈຕໍ່ພັກ”. 
ປຸກ​ລະ​ດົມ​ບັ້ນ​ເຄື່ອນ​ໄຫວ​ສະ​ເຫຼີ​ມ​ສະຫຼອງ 90 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ - ảnh 1ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ຮັບທວນໄຟ ຈາກການນຳຄະນະພັກນະຄອນ ໂຮ່ຈີມິນ 

ບັ້ນເຄື່ອນໄຫວໄດ້ດຳເນີນແຕ່ເດືອນ ກັນຍາ ປີ 2019 ຫາ ເດືອນ ກຸມພາ ປີ 2020 ດ້ວຍເປົ້າໝາຍປະຕິບັດໂຄງການຕ່າງໆທີ່ຕິດພັນກັບໜ້າທີ່ຮັບປະກັນຊີວິດສັງຄົມ. ຄຽງຄູ່ກັນນັ້ນ, ບັນດາສະມາຊິກພັກໜຸ່ມ, ສະມາຊິກຊາວໜຸ່ມ, ຊາວໜຸ່ມ ນະຄອນ ໂຮ່ຈີມິນ ຕັ້ງໜ້າເຂົ້າຮ່ວມບັນດາການດຳເນີນຊີວິດການເມືອງຢ່າງເລິກເຊິ່ງກ້ວາງຂວາງດ້ວຍຫົວຂໍ້ “ຊາວໜຸ່ມນະຄອນໂຮ່ຈີມິນມີຄວາມຈົ່ງຮັກພັກດີ, ໄວ້ເນື້ອເຊື່ອໃຈຕໍ່ພັກ” ດ້ວຍບັນດາຮູບການດຳເນີນຊີວິດທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບຄື ລາຍການພົບປະແລກປ່ຽນ, ບັນດາ ເວທີປາໄສດ້ວຍຫົວຂໍ້ “ຊາວໜຸ່ມ ກັບ ພັກ - ພັກ ກັບ ຊາວໜຸ່ມ”, ບັນດາລາຍການສະແດງສິລະປະສະເຫຼີມສະຫຼອງວັນສ້າງຕັ້ງພັກ ແລະ ເຊີດຊູສະມາຊິກພັກໜຸ່ມທີ່ເປັນແບບຢ່າງດີເດັ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ