ປຸກ​ລະ​ດົມ​​ລາຍ​ການ​ບໍ​ລິ​ຈາກ​ເລືອດ ວັນ​ອາ​ທິດ​ແດງ ຄັ້ງ​ທີ 18

(VOVWORLD) - ລາຍການບໍລິຈາກເລືອດ ຄັ້ງທີ18 ໄດ້ປຸກລະດົມໃນຕອນເຊົ້າວັນທີ 11 ມັງກອນ ຢູ່ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ, ເປີດສາກໃຫ້ແກ່ບັນດາກິດຈະກຳບໍລິຈາກເລືອດຂອບຂະໜາດໃຫຍ່ທີ່ໄດ້ດຳເນີນໃນທົ່ວປະເທດ. 
ປຸກ​ລະ​ດົມ​​ລາຍ​ການ​ບໍ​ລິ​ຈາກ​ເລືອດ ວັນ​ອາ​ທິດ​ແດງ ຄັ້ງ​ທີ 18 - ảnh 1ບັນດາມະຫາວິທະຍາໄລເຂົ້າຮ່ວມລາຍການ (ພາບ: TTXVN)

ລາຍການບໍລິຈາກເລືອດ ຄັ້ງທີ18 ໄດ້ປຸກລະດົມໃນຕອນເຊົ້າວັນທີ 11 ມັງກອນ ຢູ່ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ, ເປີດສາກໃຫ້ແກ່ບັນດາກິດຈະກຳບໍລິຈາກເລືອດຂອບຂະໜາດໃຫຍ່ທີ່ໄດ້ດຳເນີນໃນທົ່ວປະເທດ. ລາຍການວັນອາທິດແດງຄັ້ງ 18 ໂດຍໜັງສືພິມ ຕຽນຟອງ ເປັນເຈົ້າພາບ, ປະສານສົມທົບກັບສະຖາບັນໂລຫິດຊາດ ສົ່ງເລືອດສູນກາງ, ຄະນະຊີ້ນຳຂົນຂວາຍການບໍລິຈາກເລືອດອາສາສະໝັກ, ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ບັນດາແຂວງ, ນະຄອນ ແລະ ຫົວໜ່ວຍຈຳນວນໜຶ່ງໃນທົ່ວປະເທດ. ຕີລາຄາສູງຈິດໃຈອາສາສະໝັກຂອງພວກເພື່ອນໜຸ່ມເຂົ້າຮ່ວມການບໍລິຈາກເລືອດ, ທ່ານຮອງສາດສະດາຈານ, ປ.ອ ເຈິ່ນງອກເກ້, ຜູ້ອຳນວຍການສູນເລືອດ ແຫ່ງຊາດຂຶ້ນກັບ ສະຖາບັນໂລຫິດຊາດ ສົ່ງເລືອດສູນກາງ ໃຫ້ຮູ້ວ່າ:

ລາຍການບໍລິຈາກເລືອດ ວັນອາທິດແດງ ແມ່ນລາຍການສຳຄັນທີ່ສຸດເພື່ອໃຫ້ພວກເຮົາກະກຽມເລືອດໃຫ້ແກ່ໂອກາດຫຼັງປີໃໝ່ສາກົນ ແລະ ກ່ອນບູນເຕັດປະຈຳຊາດ. ຍ້ອນໄດ້ຈັດຂຶ້ນເປັນເວລາຫຼາຍປີ, ປະສິດທິຜົນຂອງລາຍການແມ່ນໃຫຍ່ທີ່ສຸດເພື່ອໃຫ້ພວກເຮົາມີແຫຼ່ງເລືອດພຽງພໍໃຫ້ແກ່ບຸນປີໃໝ່ປະຈຳຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ