ປຸກລະດົມສັບປະດາແຫ່ງຊາດຕອບສະໜອງການຮ່ຳຮຽນຕະຫຼອດຊີວິດ ປີ2017

(VOVWORLD) - ວັນທີ 2 ກັນຍາ, ຢູ່ໂຮງຮຽນມັດທະຍົມຕອນປາຍລົງເລິກຂະແໜງ ຮ້າລອງ, ແຂວງ ກວາງນີງ, ໄດ້ຈັດຕັ້ງພິທີປຸກລະດົມສັບປະດາແຫ່ງຊາດຕອບສະໜອງການຮ່ຳຮຽນຕະຫຼອດຊີວິດ ປີ 2017 ດ້ວຍຫົວຂໍ້ວ່າ “ການຮ່ຳຮຽນເພື່ອປະຕິບັດສຳເລັດຄຸນສົມບັດ, ພັດທະນາຕົນເອງ”. 
ປຸກລະດົມສັບປະດາແຫ່ງຊາດຕອບສະໜອງການຮ່ຳຮຽນຕະຫຼອດຊີວິດ ປີ2017 - ảnh 1ທ່ານ ຟູ່ງຊວນຫຍ້າ, ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ກ່າວຄຳເຫັນທີ່ພິທີ 

ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານ ຟູ່ງຊວນຫຍ້າ, ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ຮຽກຮ້ອງວ່າ ສົກຮຽນ 2017 – 2018 ທົ່ວຂະແໜງສຶກສາ ແລະ ບຳລຸງສ້າງ ໄດ້ແຂ່ງຂັນກັນສອນດີ, ຮຽນເກັ່ງ, ເພີ່ມທະວີແບບແຜນການສອນການຮຽນ, ກົດລະບຽບ, ປະຊາທິປະໄຕໃນໂຮງຮຽນ. ພ້ອມທັງຍົກສູງຄຸນນະພາບການສຶກສາຊັ້ນຕ່າງໆ ແລະ ລະດັບການສຶກສາ; ເອົາໃຈໃສ່ພັດທະນາຄຸນນະທາດ, ຄວາມສາມາດຂອງນັກຮຽນ; ເອົາໃຈໃສ່ສຶກສາບຳລຸງສ້າງ, ແບບແຜນການດຳລົງຊີວິດ, ທັກສະການດຳລົງຊີວິດ ແລະ ສະຕິການປະຕິບັດກົດໝາຍໃຫ້ນັກຮຽນ, ນັກສຶກສາ.

        ນີ້ແມ່ນປີທີ 5 ເຊິ່ງຂະແໜງສຶກສາ ແລະ ບຳລຸງສ້າງໄດ້ຈັດຕັ້ງພິທີປຸກລະດົມສັບປະດາຕອບສະໜອງການຮ່ຳຮຽນຕະຫຼອດຊີວິດ. ສັບປະດາຕອບສະໜອງການຮ່ຳຮຽນຕະຫຼອດຊີວິດປີ 2017 ນີ້ໄດ້ດຳເນີນໃນຂອບເຂດທົ່ວປະເທດ ແຕ່ວັນທີ 2 – 8 ຕຸລາ ປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ