ປຸກລະດົມເດືອນເຄື່ອນໄຫວເພື່ອເດັກນ້ອຍປີ2017

(VOVWORLD) -ຕອນເຊົ້າວັນທີ 27 ພຶດສະພາ ຢູ່ ຮ່າໂນ້ຍ, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຈັດຕັ້ງພິທີປຸກລະດົມ ເດືອນເຄື່ອນໄຫວເພື່ອເດັກນ້ອຍປີ 2017. 
ປຸກລະດົມເດືອນເຄື່ອນໄຫວເພື່ອເດັກນ້ອຍປີ2017 - ảnh 1 ເດືອນເຄື່ອນໄຫວເພື່ອເດັກນ້ອຍປີ 2017.

ເດືອນເຄື່ອນໄຫວປີນີ້ ມີຫົວເລື່ອງວ່າ: “ປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງ, ການທາລຸນຕໍ່ເດັກ” ເພື່ອແນໃສ່ສືບຕໍ່ປຸກລະດົມໃຫ້ທົ່ວສັງຄົມຮ່ວມແຮງຮ່ວມໃຈປົກປ້ອງເດັກ, ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບກວ່າອີກ ຂອງບັນດາອົງການ, ຄອບຄົວ, ສ່ວນບຸກຄົນ ແລະ ເດັກນ້ອຍໃນການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງ, ການທາລຸນຕໍ່ເດັກ, ສ້າງສະພາບແວດລ້ອມປອດໄພ ແລະ ພັດທະນາຮອບດ້ານໃຫ້ແກ່ເດັກນ້ອຍ. ກ່າວຄຳເຫັນນະພິທີ, ທ່ານ ດ່າວງອກຢູງ, ລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຄິດວ່າ ນີ້ແມ່ນໂອກາດເພື່ອໃຫ້ທົ່ວປະເທດ ປ ອດໄພ ທົບທວນຄືນໝາກຜົນຂອງວຽກງານເບິ່ງແຍງດູແລເດັກໃນໄລຍະຜ່ານມາ, ເພີ່ມທະວີວຽກງານໂຄສະນາ, ສຶກສາສັງຄົມ. ພວກເຮົາຄວນຍົກສູງຄວາມຮັບຮູ້ກ່່ຽວກັບເດັກ ແລະ ຄວາມຮັບຜິດຊອບຕໍ່ເດັກກວ່າອີກ.”

 

 

ຕອບກັບ

ຂ່າວ/ບົດ​ອື່ນ