ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມຊຸກຍູ້ການລົງທຶນພາກລັດປີ 2024

(VOVWORLD) - ການລົງທຶນພາກລັດແມ່ນໜ້າທີ່ການເມືອງຈຸດສຸມ, ສວມບົດບາດສຳຄັນພິເສດ ນັບທັງທາງດ້ານເສດຖະກິດ, ການເມືອງ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ທັງມີລັກສະນະຮີບດ່ວນ, ທັງມີຄວາມໝາຍຍຸດທະສາດ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມຊຸກຍູ້ການລົງທຶນພາກລັດປີ 2024 - ảnh 1(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມ)

        ຕອນເຊົ້າວັນທີ 16 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຊຸກຍູ້ການລົງທຶນພາກລັດປີ 2024. ກ່າວຄຳເຫັນເປີດສາກກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ, ການລົງທຶນພາກລັດແມ່ນໜ້າທີ່ການເມືອງຈຸດສຸມ, ສວມບົດບາດສຳຄັນພິເສດ ນັບທັງທາງດ້ານເສດຖະກິດ, ການເມືອງ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ທັງມີລັກສະນະຮີບດ່ວນ, ທັງມີຄວາມໝາຍຍຸດທະສາດ ແລະ ແມ່ນໜ້າທີ່ຈຸດສຸມເພື່ອປະກອບສ່ວນຊຸກຍູ້ການເຕີບໂຕ, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ການລົງທຶນພາກລັດໄດ້ສ້າງພື້ນຖານໂຄງລ່າງເສດຖະກິດ - ສັງຄົມ, ປະກອບສ່ວນແກ້ໄຂຈຸດອຸດຕັນ, ສ້າງການພັດທະນາໃໝ່, ເພີ່ມທະວີການເຊື່ອມຕໍ່, ຫຼຸດຜ່ອນລາຍຈ່າຍ logistic; ຍົກສູງກຳລັງແກ່ງແຍ້ງຂອງທ້ອງຖິ່ນ, ເຂດ ແລະ ປະເທດຊາດ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ນາຍົກລັດຖະມົນຕີຍາມໃດກໍ່ເອົາໃຈໃສ່, ຊີ້ນຳຢ່າງຂ້ຽວຂາດ, ໃກ້ຊິດຕິດແທດໃນການຊຸກຍູ້ການປ່ອຍເງິນລົງທຶນພາກລັດ, ຜັນຂະຫຍາຍບັນດາໂຄງການເປົ້າໝາຍແຫ່ງຊາດ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາລັດຖະມົນຕີ, ຫົວໜ້າຂະແໜງ, ການນຳບັນດາອົງການ, ທ້ອງຖິ່ນຊີ້ແຈ້ງສະພາບການປ່ອຍເງິນລົງທຶນພາກລັດ; ໃຫ້ຄຳໝັ້ນສັນຍາກ່ຽວກັບລະດັບການປ່ອຍເງິນລົງທຶນພາກລັດ.

ຕອບກັບ

ຂ່າວ/ບົດ​ອື່ນ