ສື່ມວນ​ຊົນ ລາວ ລົງ​ຂ່າວ, ບົດ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ

(VOVWORLD) - ວັນທີ 11 ກໍລະກົດ, ສື່ມວນຊົນ ລາວ ໄດ້ໃຫ້ຂ່າວ, ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມຂອງທ່ານປະທານປະເທດ ຫວຽດນາມ ໂຕເລິມ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.
ສື່ມວນ​ຊົນ ລາວ ລົງ​ຂ່າວ, ບົດ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ - ảnh 1ໜັງສືພິມປະຊາຊົນ ລົງຂ່າວ, ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມຂອງທ່ານປະທານປະເທດ ໂຕເລິມ (ພາບ: ນັກຂ່າວ VOV  ປະຈຳ ລາວ)

ບັນດາໜັງສືພິມ, ສື່ເອເລັກໂຕນິກ, ສະຖານີວິທະຍຸ ແລະ ໂທລະພາບຂອງ ລາວ ໄດ້ຂຽນຂ່າວ, ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມທາງລັດຖະກິດຢູ່ລາວ ຂອງທ່ານປະທານປະເທດ ໂຕເລິມ; ຢັ້ງຢືນນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດໃນຖານະເປັນະທານປະເທດ, ແມ່ນການຢ້ຽມຢາມທີ່ມີຄວາມໝາຍສຳຄັນທີ່ສຸດໃນການພົວພັນຮ່ວມມືລະຫວ່າງສອງປະເທດ; ປະກອບສ່ວນປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ກວ້າງຂວາງກວ່າເກົ່າ.

        ກ່ອນດຳເນີນການຢ້ຽມຢາມ, ບັນດາໜັງສືພິມສຳຄັນຂອງລາວ ຄື ປະຊາຊົນ - ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດ ລາວ; ປະເທດລາວ ຂອງສຳນັກຂ່າວສານລາວ ລ້ວນແຕ່ໃຫ່ຂ່າວ, ບົດ ຍ້ອງຍໍຊົມເຊີຍກ່ຽວກັບການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລາວ - ຫວຽດນາມ.

ນັກຂ່າວ VOV ປະຈຳ ລາວ

ຕອບກັບ

ຂ່າວ/ບົດ​ອື່ນ