ປຸກລະດົມໂຄງການຂໍ້ລິເລີ່ມກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ 2013

ປຸກລະດົມໂຄງການຂໍ້ລິເລີ່ມກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ 2013 - ảnh 1
ປຸກລະດົມໂຄງການຂໍ້ລິເລີ່ມກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ 2013
ພາບ:internet
(vovworld) - ​ຕອນ​ເຊົ້າ​ວັນ​ທີ 29/11 ຢູ່ ຮ່າ​ໂນ້ຍ, ໂດຍ​ປະຕິບັດ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຮອດ​ປີ 2020, ອົງການ​ກວດກາ​ລັດຖະບານ ​ໄດ້​ສົມທົບ​ກັບ​ທະນາຄານ​​ໂລກ ຈັດ​ຕັ້ງ​ໂຄງການ​ຂໍ້​ລິ​ເລີ່​ມກ່ຽວ​ກັບ​ການ​ປ້​ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ຢູ່​ຫວຽດນາມປີ 2013 ພາຍ​ໃຕ້​ຫົວ​ຂໍ້​ວ່າ: “​ເພີ່ມ​ທະວີ​ຄວາມ​ກະຈ່າງ​ແຈ້ງ, ປະຢັດ​ມັດທະຍັດ ​ແລະ ມີ​ຄວາມ​ຮັບຜິດຊອບ, ຫລຸດຜ່ອນ​ການ​ສໍ້​ລາດ​ບັງ​ຫລວງ”. ທ່ານ ​ເຈີ​ນດຶກ​ເລື້ອງ, ຮອງ​ຫົວຫນ້າ​ອົງການ​ກວດກາ​ລັດຖະບານ ​ໃຫ້​ຮູ້​ວ່າ:

        “ຈຸດໝາຍ​ຂອງ​ໂຄງການ​ຂໍ້​ລິ​ເລີ່​ມກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ປີ 2013 ​ແມ່ນ​ປະກອບສ່ວນ​ຫລຸດຜ່ອນ​ການ​ສໍ້​ລາດ​ບັງ​ຫລວງ. ປະຈຸ​ບັນ ພວກ​ຂ້າພະ​ເຈົ້າ​ພວມ​ຊອກ​ຫາ​ແນວ​ຄວາມ​ຄິດ, ຫົວຄິດ​ປະດິດ​ສ້າງ​ໃນ​ວົງ​ຄະນາ​ຍາດ, ​ໃນ​ເຂດ​ຊຸມ​ຊົນ, ພິ​ເສດ​ຢູ່​ຂັ້ນ​ຮາກ​ຖານ. ​ເພາະວ່າ ບົດບາດ​ຂອງ​ສັງຄົມ​ແມ່ນ​ສຳຄັນ​ທີ່​ສຸດ, ທຸກ​ຊັ້ນ​ວັນນະ, ອົງການ​ຈັດ​ຕັ້ງ​ຕ່າງໆ ພິ​ເສດ​ແມ່ນ​ຂັ້ນ​ຮາກຖານ​ເຂົ້າ​ຮ່ວມ​ການ​ເສັງ. ຜ່ານ​ນັ້ນ ພວກ​ຂ້າພະ​ເຈົ້າ​ຢາກ​ທະວີຄູນ, ​ເປີດ​ເຜີຍ, ​ກະຈ່າງ​ແຈ້ງ​ບັນດາ​ແນວ​ຄວາມ​ຄິດ, ຫົວຄິດ​ປະດິດ​ສ້າງ​ດັ່ງກ່າວ​ເພື່ອ​ເຜີຍ​ແຜ່​ໃນ​ວົງ​ຄະນາ​ຍາດ. ຈຸດປະສົງ​ສຸດ​ທ້າຍ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ຊອກ​ຫາ​ບັນດາ​ມາດ​ຕະການ​ດີ, ​ແນວ​ຄວາມ​ຄິດ​ດີ​ເພື່ອ​ປ້ອງ​ກັນ ​ແລະ ຕ້າ​ນການ​ສໍ້​ລາດ​ບັງ​ຫລວງ.”


ຂ່າວ/ບົດ​ອື່ນ