ປັບ​ປຸງ​ຮ່າງ​ຍຸດ​ທະ​ສາດ​ສັງ​ລວມໃຫ້​ສົມ​ບູນ​ແບບ ເພື່ອຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ

(VOVWORLD) -ຫ້ອງວ່າການລັດຖະບານ ຫາກໍ່ປະກາດໃຊ້ເອກະສານ ປະກາດຂໍ້ສະຫຼຸບຂອງ ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢູ່ກອງປະຊຸມຮັບຟັງ ກະຊວງສາທາລະນະສຸກ ລາຍງານກ່ຽວກັບ ຍຸດທະສາດສັງລວມ ເພື່ອຮັບມືກັບໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ.

ປັບ​ປຸງ​ຮ່າງ​ຍຸດ​ທະ​ສາດ​ສັງ​ລວມໃຫ້​ສົມ​ບູນ​ແບບ ເພື່ອຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ

ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງວ່າ ຮ່າງຍຸດທະສາດ ຕ້ອງເຮັດໃຫ້ຈະແຈ້ງກ່ວາ, ເສີມຂະຫຍາຍໄດ້ລັກສະນະເປັນເຈົ້າການ, ມີວິທະຍາສາດໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ພິເສດ ກະກຽມຄວາມພ້ອມທາງດ້ານວັດຖຸອຸປະກອນ, ຜະລິດຕະພັນທາງຊີວະວິທະຍາ, ຢຸກຢາ, ວັກຊິນ… ບັນດາແຜນນະໂຍບາຍ, ວິທີການແກ້ໄຂ ແລະ ການຈັດຕັ້ງປະຕິບັດ ມາດຕະການ ປ້ອງກັນ, ຕ້ານໂລກລະບາດ ຕາມທິດນຳທີ່ວ່າ “ຮັບມືຢ່າງປອດໄພ, ມີຄວາມຄ່ອງຕົວ, ມີຄວາມໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ” ຕ້ອງໄດ້ຮັບຄວາມເຫັນດີເຫັນພ້ອມຈາກສັງຄົມ, ວິສາຫະກິດ ແລະ ປະຊາຊົນສະໜັບສະໜູນ ແລະ ຕັ້ງໜ້າປະຕິບັດ.

ຕອບກັບ

ຂ່າວ/ບົດ​ອື່ນ